ປະກັນໄພສຸຂະພາບກຸ່ມ
ມອບການຄຸ້ມຄອງດ້ານສຸຂະພາບທີ່ຄອບຄຸມໃຫ້ແກ່ພະນັກງານຂອງທ່ານເພື່ອສະໜັບສະໜູນສຸຂະພາບ ແລະ ປະສິດທິພາບໃນການເຮັດວຽກທີ່ດີຂອງພວກເຂົາ
ປະກັນໄພສຸຂະພາບກຸ່ມ
ມອບການຄຸ້ມຄອງດ້ານສຸຂະພາບທີ່ຄອບຄຸມໃຫ້ແກ່ພະນັກງານຂອງທ່ານເພື່ອສະໜັບສະໜູນສຸຂະພາບ ແລະ ປະສິດທິພາບໃນການເຮັດວຽກທີ່ດີຂອງພວກເຂົາ
ປະກັນສຸຂະພາບກຸ່ມຂອງພວກເຮົາໃຫ້ການຄຸ້ມຄອງທາງດ້ານການເງິນ ແລະ ຄອບຄຸມຄ່າປິ່ນປົວສໍາລັບພະນັກງານໃນກໍລະນີອຸປະຕິເຫດ ຫຼື ເຈັບປ່ວຍ. ແບບແຜນດັ່ງກ່າວໄດ້ຖືກອອກແບບເພື່ອຮັບປະກັນການເຂົ້າເຖິງການດູແລທາງການແພດທີ່ມີຄຸນນະພາບດ້ວຍຜົນປະໂຫຍດທີ່ສອດຄ່ອງກັບຄວາມຕ້ອງການຂອງກຸ່ມຜູ້ປະກັນໄພ.

ການຄຸ້ມຄອງ ແລະ ຜົນປະໂຫຍດຂອງປະກັນໄພສຸຂະພາບກຸ່ມ:
1. ການຄຸ້ມຄອງການປິ່ນປົວແບບນອນໂຮງໝໍ (ຄົນເຈັບໃນ)
- ຄ່າຫ້ອງ, ການປິ່ນປົວ, ແລະ ຄ່າບໍລິການພະຍາບານ: ຄ່າຫ້ອງຄົນເຈັບປົກກະຕິ ແລະອາຫານ. ຄ່າດູແລຜູ້ປ່ວຍມໍລະສຸມ (ICU) ລວມທັງຄ່າອາຫານ
- ການປິ່ນປົວ ແລະ ການບໍລິການທົ່ວໄປ: ຄ່າຢາ, ຄ່າໃຫ້ອາຫານທາງເສັ້ນເລືອດ, ແລະ ຄ່າສ່ວນປະກອບຂອງເລືອດ. ຄ່າບໍລິການພະຍາບານ. ການບົງມະຕິພະຍາດ, ສາຍລັງສີ, ແລະ ການຕີລາຄາຂອງຫມໍ, ອື່ນໆ …
2. ການຄຸ້ມຄອງ ແລະ ຂັ້ນຕອນການປີ່ນປົວແບບບໍ່ນອນໂຮງໝໍ
- ການທຳລາຍນີ່ວດ້ວຍຄື້ນກະແທກພາຍນອກຮ່າງກາຍ (ESWL), ການຖ່າຍພາບຫຼອດເລືອດຫົວໃຈ, ການຜ່າຕັດຜ່ານກ້ອງ, ແລະ ການສ່ອງກ້ອງກວດພາຍໃນທຸກປະເພດ.
- ການຕັດສີ້ນສ່ວນເນື້ອ ແລະ ກະດູກ, ການກຳຈັດພະຍາດຕາຕໍ້, ການຜ່າຕັດໄຊນັດ ແລະ ການຮັກສາລິດສີດວງກົ້ນ.
- ການຮັກສາພະຍາບານສຸກເສີນໂດຍຣັງສີແກມມ່າຄວາມເຂັ້ມສູງ ແລະ ຂັ້ນຕອນທາງການແພດຂັ້ນສູງອື່ນໆ.
ການຄຸ້ມຄອງຄ່າຜ່າຕັດ
ສໍາລັບການຜ່າຕັດ, ຄ່າໃຊ້ຈ່າຍຈະຖືກຊົດເຊີຍຕາມຕາຕະລາງອັດຕາຄ່າທໍານຽມການຜ່າຕັດທີ່ລວມຢູ່ໃນສັນຍາການຄຸ້ມຄອງ.
ເປັນຫຍັງຈື່ງຕ້ອງເລືອກປະກັນໄພສຸຂະພາບກຸ່ມຂອງພວກເຮົາ?
ປະກັນໄພຂອງພວກເຮົາຮັບປະກັນການເຂົ້າເຖິງການປິ່ນປົວທາງການເພດທີ່ຈໍາເປັນສໍາລັບກຸ່ມຄົນຂອງທ່ານ, ຊ່ວຍໃຫ້ທ່ານອຸ່ນໃຈ ແລະ ມີຄວາມປອດໄພທາງດ້ານການເງິນ. ດ້ວຍການຄຸ້ມຄອງສຳລັບຜູ້ປ່ວຍໃນ ແລະ ຜູ້ປ່ວຍໃນ, ມັນຈື່ງເປັນທາງເລືອກທີ່ດີເລີດສໍາລັບການປົກປ້ອງສຸຂະພາບ ແລະ ສະຫວັດດີການຂອງພະນັກງານ.
ຕ້ອງການຢາກຮູ້ກ່ຽວກັບການຮັບສິນທົດແທນປະກັນໄພສຸຂະພາບ
ສົນໃຈ ປະກັນໄພສຸຂະພາບກຸ່ມ. ໃຫ້ພວກເຮົາຕິດຕໍ່ຫາທ່ານກັບ
ຕື່ມຂໍ້ມູນໃສ່ໃນແບບຟອມຂ້າງລຸ່ມນີ້ ແລ້ວພວກເຮົາຈະຕິດຕໍ່ຫາທ່ານຢ່າງໄວທີ່ສຸດ
ຮັບປະກັນອະນາຄົດຂອງທ່ານກັບພວກເຮົາ
ວາງແຜນສໍາລັບອານາຄົດໄວ້ຕັ້ງມື້ນີ້. ຄົ້ນພົບບໍລິການປະກັນໄພທີ່ສົມບູນແບບຂອງພວກເຮົາທີ່ສາມາດປົກປ້ອງສິ່ງທີ່ສໍາຄັນທີ່ສຸດຂອງທ່ານ