1899, 021 221 210, 020 5595 9090

ບ້ານ ທາດຫຼວງກາງ, ໜ່ວຍ 5, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ

ປຶກສາເລື່ອງປະກັນໄພ ຟຣີ!

ສາຍດ່ວນ 1899

ປະກັນໄພກໍ່ສ້າງ

ການຄຸ້ມຄອງຄົບວົງຈອນສໍາລັບໂຄງການກໍ່ສ້າງ, ປົກປ້ອງຄວາມເສຍຫາຍ, ການສູນເສຍ ແລະ ຄວາມສ່ຽງທີ່ບໍ່ໄດ້ຄາດໄວ້

ປະກັນໄພກໍ່ສ້າງ

ການຄຸ້ມຄອງຄົບວົງຈອນສໍາລັບໂຄງການກໍ່ສ້າງ, ປົກປ້ອງຄວາມເສຍຫາຍ, ການສູນເສຍ ແລະ ຄວາມສ່ຽງທີ່ບໍ່ໄດ້ຄາດໄວ້

ປະກັນໄພທຸກຄວາມສ່ຽງການກໍ່ສ້າງຂອງພວກເຮົາສະຫນອງການປົກປ້ອງທີ່ເຂັ້ມແຂງສໍາລັບໂຄງການກໍ່ສ້າງຕໍ່ກັບການສູນເສຍທີ່ບໍ່ຄາດຄິດ ຫຼື ອຸປະຕິເຫດ. ແຜນປະກັນໄພປະກອບມີຫຼາຍພາກສ່ວນທີ່ກວມເອົາຫຼາຍດ້ານຂອງການກໍ່ສ້າງ ແລະ ຄວາມສ່ຽງທີ່ກ່ຽວຂ້ອງ, ຮັບປະກັນການຄຸ້ມຄອງທີ່ສົມບູນແບບຕະຫຼອດຈົນຈົບໂຄງການ

ການຄຸ້ມຄອງ ແລະ ຜົນປະໂຫຍດຂອງປະກັນໄພກໍ່ສ້າງ:

1. ວຽກງານອາຄານ ແລະ ວິສະວະກຳໂຍທາທິການ
  • ຄຸ້ມຄອງສໍາລັບການສູນເສຍ ຫຼື ຄວາມເສີຍຫາຍທີ່ບໍ່ໄດ້ຄາດຄິດ ຫຼື ເກີດຈາກອຸປະຕິເຫດຕໍ່ກັບ ໂຄງການທີ່ເຮັດສັນຍາທີ່ເກີດຈາກໄພພິບັດທໍາມະຊາດ ເຊັ່ນ: ແຜ່ນດິນໄຫວ, ລົມພະຍຸ ແລະ ນໍ້າຖ້ວມ. ແລະ ສາເຫດອື່ນທີ່ບໍ່ຄາດຄິດ
2. ການຕິດຕັ້ງເຄື່ອງຈັກ
  • ການຄຸ້ມຄອງຄອບຄຸມເຖິງການສູນເສຍທີ່ບໍ່ໄດ້ຄາດຄິດ ຫຼື ບັງເອີນ ຫຼືຄວາມເສຍຫາຍຕໍ່ຊັບສິນຂອງຜູ້ປະກັນໄພໃນລະຫວ່າງການເຮັດວຽກກໍ່ສ້າງ
  • ຄຸ້ມຄອງຊັບສິນປະກັນໄພໃນລະຫວ່າງການຕິດຕັ້ງພາຍໃນສະຖານທີ່ມີການຮັບປະກັນໄພ
3. ຮັບຜິດຊອບຕໍ່ບຸກຄົນທີສາມ
  • ຊົດເຊີຍຜູ້ຮັບປະກັນໄພສໍາລັບຄວາມຮັບຜິດຊອບທາງດ້ານກົດຫມາຍທີ່ເກີດຈາກການບາດເຈັບທາງຮ່າງກາຍຕໍ່ບຸກຄົນທີສາມ ແລະ ຄວາມເສຍຫາຍຕໍ່ຊັບສິນຂອງບຸກຄົນທີສາມໃນລະຫວ່າງໄລຍະເວລາຂອງການຄຸ້ມຄອງປະກັນໄພ

ເປັນຫຍັງຈື່ງຕ້ອງເລືອກປະກັນໄພກໍ່ສ້າງຂອງພວກເຮົາ?

  • ການຄຸ້ມຄອງທີ່ສົມບູນແບບ: ຄອບຄຸມວຽກງານກໍ່ສ້າງ, ການຕິດຕັ້ງເຄື່ອງຈັກ, ແລະ ຄວາມຮັບຜິດຊອບຕໍ່ບຸກຄົນພາຍນອກ
  • ຂໍ້ກຳນົດສະເພາະ: ການຮັບຮອງພິເສດສຳລັບຄວາມສ່ຽງສະເພາະຂອງການກໍ່ສ້າງ
  • ການຄຸ້ມຄອງແບບຍືດຫຍຸ່ນ: ການຂະຫຍາຍທາງເລືອກສໍາລັບສິ່ງອໍານວຍຄວາມສະດວກຊົ່ວຄາວ, ການຂົນສົ່ງພາຍໃນປະເທດ, ແລະ ອື່ນໆ

ຮັບປະກັນອະນາຄົດຂອງທ່ານກັບພວກເຮົາ

ວາງແຜນສໍາລັບອານາຄົດໄວ້ຕັ້ງມື້ນີ້. ຄົ້ນພົບບໍລິການປະກັນໄພທີ່ສົມບູນແບບຂອງພວກເຮົາທີ່ສາມາດປົກປ້ອງສິ່ງທີ່ສໍາຄັນທີ່ສຸດຂອງທ່ານ

ສໍາ​ລັບ​ຂໍ້ມູນເພີ່ມເຕີມ​, ກະ​ລຸ​ນາ​ຕິດ​ຕໍ່​ຫາພວກເຮົາ​ທີ່​

directsale@msig-sokxay.com

020 5595 9090

020 5595 9090