021 221 210, 020 5595 9090

ບ້ານ ທາດຫຼວງກາງ, ໜ່ວຍ 5, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ

ປຶກສາເລື່ອງປະກັນໄພ ຟຣີ!

021 221 210

020 5595 9090

ຂັ້ນຕອນການນຳໃຊ້ປະກັນໄພສຸຂະພາບ

ເຂົ້າໃຈວິທີການນໍາໃຊ້ປະກັນໄພສຸຂະພາບຂອງທ່ານໃນການປິ່ນປົວ, ການເຂົ້າຮັກສາໃນໂຮງຫມໍ ແລະ ເຫດສຸກເສີນ

ສິ່ງທີ່ຕ້ອງປະຕິບັດເມື່ອທ່ານຕ້ອງການໃຊ້ບໍລິການດ້ານສຸຂະພາບ

ຂັ້ນຕອນ 1: ບັດປະກັນໄພສຸຂະພາບຂອງ ເອັມເອັສໄອຈີ ໂຊກໄຊ

ເມື່ອທ່ານໄປໃຊ້ບໍລິການ ສະຖານທີ່ບໍລິການສຸຂະພາບພາຍໃນເຄືອຂ່າຍຂອງບໍລິສັດ ໃຫ້ທ່ານສະແດງບັດປະກັນໄພສຸຂະພາບ ພ້ອມບັດປະຈຳຕົວຂອງທ່ານໃຫ້ແກ່ເຈົ້າໜ້າທີ່

ຂັ້ນຕອນ 2: ກວດສອບເອກະສານຂອງທ່ານ

ກ່ອນການນຳໃຊ້ບໍລິການ, ທາງສະຖານທີ່ບໍລິການສຸຂະພາບ ຈະກວດສອບຂໍ້ມູນຂອງທ່ານ

ຂັ້ນຕອນ 3: ທຳຄວາມເຂົ້າໃຈຕໍ່ຄວາມຮັບຜິດຊອບໃນການຊຳລະເງິນຂອງທ່ານ

ທ່ານຈະໄດ້ຮັບການປິ່ນປົວພາຍໃຕ້ເງື່ອນໄຂຂອງສັນຍາທີ່ທ່ານມີ ໃນກໍລະນີຄ່າໃຊ້ຈ່າຍໃນການປິ່ນປົວເກີນວົງເງິນປະກັນໄພ ທ່ານຈະຕ້ອງຮັບຜິດຊອບໃນການໃຊ້ຈ່າຍສ່ວນເກີນ ແລະ ຄ່າສຳລັບການຊື້ອຸປະກອນຈາກພາຍນອກໃຫ້ກັບທາງສະຖານທີ່ບໍລິການສຸຂະພາບ.

ຂັ້ນຕອນ 4: ຊຳລະເງິນໂດຍກົງເຂົ້າສະຖາທີ່ບໍລິການສຸຂະພາບ

ຄ່າໃຊ້ຈ່າຍໃນການປິ່ນປົວແມ່ນທາງ ບໍລິສັດ ຈະຊຳລະໂດຍກົງກັບສະຖານທີ່ບໍລິການສຸຂະພາບ.

ຂັ້ນຕອນໃນການຮັບສິນທົດແທນຄືນ

ຂັ້ນຕອນ 1: ເລືອກສະຖານທີ່ບໍລິການສຸຂະພາບ

ທ່ານສາມາດເຂົ້າຮັບປິ່ນປົວໃນສະຖານທີ່ບໍລິການສຸຂະພາບແຫ່ງໃດກໍໄດ້ທີ່ທ່ານສະດວກ.

ຂັ້ນຕອນ 2: ເກັບຮັກສາເອກະສານຂອງທ່ານໄວ້

ຫຼັງຈາກໄດ້ຮັບການປິ່ນປົວສຳເລັດແລ້ວ ເອກະສານທີ່ທ່ານຕ້ອງໄດ້ເກັບຮັກສາມີ ໃບບິນການຊຳລະເງິນ, ໃບລາຍງານການປິ່ນປົວລະອຽດ (ບົ່ງມະຕິພະຍາດ, ວາງຢາ ແລະ ໃບສັ່ງກວດຕ່າງໆ) ແລະ ໃບອອກໂຮງໝໍ (ໃນກໍລະນີນອນໂຮງໝໍ).

ຂັ້ນຕອນ 3: ສົ່ງເອກະສານຮ້ອງຂໍສິນທົດແທນ

ຕື່ມຂໍ້ມູນໃສ່ແບບຟອມຮຽກຮ້ອງສິນທົດແທນໃຫ້ຄົບຖ້ວນ ພ້ອມເອກະສານຕິດຄັດເຫຼົ່ານີ້:
– ໃບບິນການຊຳລະເງິນ.
– ໃບລາຍງານການປິ່ນປົວລະອຽດ (ບົ່ງມະຕິພະຍາດ, ວາງຢາ ແລະ ໃບສັ່ງກວດຕ່າງໆ)
– ໃບອອກໂຮງໝໍ (ໃນກໍລະນີນອນໂຮງໝໍ).
– ສຳເນົາບັດປະກັນສຸຂະພາບ.
– ສຳເນົາໜ້າປຶ້ມເລກບັນຊີທະນາຄານ.
– ສຳເນົາບັດປະຈຳຕົວ, ປຶ້ມສຳມະໂນຄົວ ຫຼື ໜັງສືເດີນທາງ (ພາສປອດ).

ຂັ້ນຕອນ 4: ຮັບສິນທົດແທນຂອງທ່ານ

ຖ້າຫາກເອກະສານທີ່ທ່ານປະກອບຄົບຖ້ວນແລ້ວ ທ່ານຈະໄດ້ຮັບສິນທົດແທນຄືນພາຍໃນ 14 ວັນຂອງມື້ລັດຖະການ

ຂໍ້ມູນເພີ່ມເຕີມກ່ຽວກັບ ບໍລິການສິນທົດແທນປະກັນໄພສຸຂະພາບ

ກະລຸນາຕິດຕໍ່ສອບຖາມໄດ້ທີ່

ສາຍດ່ວນປະກັນໄພສຸຂະພາບ

Scroll to Top