1899, 021 221 210, 020 5595 9090

ບ້ານ ທາດຫຼວງກາງ, ໜ່ວຍ 5, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ

ປຶກສາເລື່ອງປະກັນໄພ ຟຣີ!

ສາຍດ່ວນ 1899

ປະກັນອັກຄີໄພ

ປົກປ້ອງເຮືອນ ຫຼື ທຸລະກິດຂອງທ່ານຈາກອັກຄີໄພ ແລະ ຄວາມສ່ຽງທີ່ກ່ຽວຂ້ອງດ້ວຍການຄຸ້ມຄອງທີ່ເຊື່ອຖືໄດ້

ປະກັນອັກຄີໄພ

ປົກປ້ອງເຮືອນ ຫຼື ທຸລະກິດຂອງທ່ານຈາກອັກຄີໄພ ແລະ ຄວາມສ່ຽງທີ່ກ່ຽວຂ້ອງດ້ວຍການຄຸ້ມຄອງທີ່ເຊື່ອຖືໄດ້

ປະກັນອັກຄີໄພສຳລັບທີ່ຢູ່ອາໄສຂອງພວກເຮົາຖືກອອກແບບມາເພື່ອສະຫນອງການຄຸ້ມຄອງທາງດ້ານການເງິນສໍາລັບຊັບສິນທີ່ຢູ່ອາໄສຂອງທ່ານ ແລະ ສີ່ງຂອງພາຍໃນຂອງບ້ານໃນກໍລະນີທີ່ເກີດອັກຄີໄພ ຫຼື ເຫດການອື່ນໆທີ່ກ່ຽວຂ້ອງ.

ສັບສິນຄຸ້ມຄອງຂອງປະກັນອັກຄີໄພ:

ປະກັນໄພຊະນິດນີ້ໃຫ້ການຄຸ້ມຄອງສຳລັບ:

  • ໂຄງສ້າງອາຄານ, ລວມເຖິງທີ່ຢູ່ອາໄສຫຼັກ.
  • ເຟີນິເຈີ, ອຸປະກອນ ແລະ  ເຄື່ອງຕົກແຕ່ງ ເຊັ່ນ: ລະບົບປັບອາກາດ, ອຸປະກອນເຮືອນຄົວ, ແລະ ສ່ວນພະໜັງພາຍໃນ.

ການຄຸ້ມຄອງ ແລະ ຜົນປະໂຫຍດຂອງປະກັນອັກຄີໄພ:

ປະກັນໄພຊະນິດນີ້ຄຸ້ມຄອງເຮືອນຂອງທ່ານ ແລະ ສີ່ງຂອງພາຍໃນຈາກ:

  • ໄຟໄໝ້, ຟ້າຜ່າ ແລະ ລະເບີດ.
  • ການກະທົບຈາກຍານພາຫະນະ ແລະ ສັດ, ລວມທັງຄວາມເສຍຫາຍ ຫຼື ຮອຍຂີດ.
  • ຄວາມເສຍຫາຍຈາກເຮືອບິນ.
  • ເສຍຫາຍຈາກນ້ຳ ເນື່ອງຈາກອຸບັດຕິເຫດ.

ສ່ວນຂະຫຍາຍພິເສດ

ເສີມຂະຫຍາຍການຄຸ້ມຄອງຂອງທ່ານດ້ວຍທາງເລືອກການຄຸ້ມຄອງເພີ່ມເຕີມ:

  • ການຖືກລັກ, ປຸ້ນ ແລະ ງັດແງະ: ຄຸ້ມຄອງການຖືກລັກຊັບທີ່ມີການເຂົ້າ ຫຼື ອອກໂດຍໃຊ້ກຳລັງ ແລະ ຮຸນແຮງຈາກສະຖານທີ່ປະກັນໄພ.
  • ການບາດເຈັບທາງໄຟຟ້າ: ຄຸ້ມຄອງຄວາມເສຍຫາຍ ຫຼື ການສູນເສຍຂອງເຄື່ອງໃຊ້ໄຟຟ້າທີ່ເກີດຈາກຟ້າຜ່າ ຫຼື ໄຟທີ່ເກີດຈາກບັນຫາໄຟຟ້າ.
  • ແກ້ວແວ່ນແຕກ: ຄຸ້ມຄອງຄວາມເສຍຫາຍໂດຍບັງເອີນຕໍ່ການຕິດຕັ້ງແກ້ວແວ່ນແບບຄົງທີ່.

ເປັນຫຍັງຈື່ງຕ້ອງເລືອກປະກັນອັກຄີໄພສຳລັບທີ່ຢູ່ອາໄສຂອງພວກເຮົາ?

ເພື່ອຮັບປະກັນວ່າເຮືອນ ແລະສິ່ງຂອງຂອງທ່ານໄດ້ຖືກປົກປ້ອງດ້ວຍແຜນປະກັນໄພທີ່ເໝາະສົມເພື່ອຈັດການກັບຄວາມສ່ຽງທົ່ວໄປສຳລັບເຈົ້າຂອງເຮືອນ. ບໍ່ວ່າຈະເປັນໄຟໄຫມ້, ການລັກ, ຫຼື ຄວາມເສຍຫາຍໂດຍບັງເອີນ, ປະກັນອັກຄີໄພສຳລັບທີ່ຢູ່ອາໄສຂອງພວກເຮົາໃຫ້ການຄຸ້ມຄອງທີ່ເຊື່ອຖືໄດ້ເພື່ອຄວາມອຸ່ນໃຈຂອງທ່ານ.

ຮັບປະກັນອະນາຄົດຂອງທ່ານກັບພວກເຮົາ

ວາງແຜນສໍາລັບອານາຄົດໄວ້ຕັ້ງມື້ນີ້. ຄົ້ນພົບບໍລິການປະກັນໄພທີ່ສົມບູນແບບຂອງພວກເຮົາທີ່ສາມາດປົກປ້ອງສິ່ງທີ່ສໍາຄັນທີ່ສຸດຂອງທ່ານ

ສໍາ​ລັບ​ຂໍ້ມູນເພີ່ມເຕີມ​, ກະ​ລຸ​ນາ​ຕິດ​ຕໍ່​ຫາພວກເຮົາ​ທີ່​

directsale@msig-sokxay.com

020 5595 9090

020 5595 9090