ກ່ຽວກັບພວກເຮົາ
ຄົ້ນພົບການເດີນທາງຂອງພວກເຮົາ, ຄຸນຄ່າ, ແລະ ຄວາມມຸ່ງໝັ້ນໃນການປົກປ້ອງສີ່ງທີ່ສຳຄັນທີ່ສຸດສຳລັບທ່ານ
ກ່ຽວກັບພວກເຮົາ
ຄົ້ນພົບການເດີນທາງຂອງພວກເຮົາ, ຄຸນຄ່າ, ແລະ ຄວາມມຸ່ງໝັ້ນໃນການປົກປ້ອງສີ່ງທີ່ສຳຄັນທີ່ສຸດສຳລັບທ່ານ
ຍິນດີຕ້ອນຮັບສູ່
ເອັມເອັສໄອຈີ ໂຊກໄຊ ປະກັນໄພ
ບໍລິສັດ ເອັມເອັສໄອຈີ ໂຊກໄຊ ປະກັນໄພ ຈຳກັດ ແມ່ນບໍລິສັດຮ່ວມທຶນລະຫວ່າງ ບໍລິສັດ ໂຊກໄຊຈະເລີນການຄ້າ ຈຳກັດຜູ້ດຽວ (SOKXAY CHALEUN KARNKHAR SOLE COMPANY LIMITED) ຢູ່ໃນປະເທດລາວ ແລະ ບໍລິສັດ ມິສຊູຍ ສຸມິໂຕໂມ ປະກັນໄພ ຈຳກັດ (Mitsui Sumitomo Insurance Company Limited) ໃນປະເທດຍີ່ປຸ່ນ. ບໍລິສັດເອັມເອັສໄອຈີ ໂຊກໄຊ ເປັນບໍລິສັດທີ່ດຳເນີນທຸລະກິດປະກັນໄພທົ່ວໄປ ທີ່ຫຼາກຫຼາຍແທດເໝາະກັບຄວາມຮຽກຮ້ອງຕ້ອງການຂອງລູກຄ້າທຸກກຸ່ມຄົນ, ຫົວໜ່ວຍທຸລະກິດ, ບໍລິສັດ, ອົງການ ແລະ ຂະແໜງການອື່ນໆ ປັດຈຸບັນ ພວກເຮົາມີ 3 ສາຂາຢູ່ຕ່າງແຂວງ: ຫຼວງພະບາງ, ສະຫວັນນະເຂດ, ຈຳປາສັກ ແລະ ກຳລັງຂະຫຍາຍສາຂາໃຫ້ຄວບຄຸມທົ່ວປະເທດ ແລະ ພ້ອມໃຫ້ບໍລິການດ້ວຍວິໃສທັດຂອງບໍລິສັດທີ່ວ່າ ເອັມເອັສໄອຈີ ໂຊກໄຊປະກັນໄພ ເປັນມິດທີ່ດີຕະຫຼອດໄປ “Sokxay Insurance Friendship Forever”
ພາລະກິດ, ວິໄສທັດ, ແລະ ຄ່ານິຍົມຫຼັກຂອງພວກເຮົາ
ພາລະກິດ
ເພື່ອສົ່ງມອບບໍລິການໃນລາຄາທີ່ສາມາດເຂົ້າເຖິງໄດ້ພ້ອມຄວາມສະດວກສະບາຍທີ່ບໍ່ມີໃຜທຽບໄດ້, ຮັບປະກັນການໃຫ້ບໍລິການທ່ານຕະຫຼອດ 24 ຊົ່ວໂມງ ແລະ ການເຂົ້າເຖິງທີ່ງ່າຍພຽງປາຍນີ້ວ, ພ້ອມໃຫ້ຄວາມສຳຄັນກັບການບໍລິການລູກຄ້າທີ່ພິເສດ
ວິໄສທັດ
ເພື່ອສ້າງ “ມິດທີ່ດີຕະຫຼອດໄປ” ກັບລູກຄ້າຂອງພວກເຮົາ, ພ້ອມຄຽງຂ້າງໃນທຸກສະຖານະການດ້ວຍຄວາມໄວ້ວາງໃຈ, ການສະໜັບສະໜຸນ ແລະ ຄວາມເຊື່ອຖືທີ່ບໍ່ມີວັນປ່ຽນແປງ
ຄ່ານິຍົມ
ລູກຄ້າຂອງພວກເຮົາຖືເປັນຫົວໃຈຫຼັກຂອງທຸລະກິດຂອງພວກເຮົາ, ພວກເຮົາມຸ່ງໝັ້ນທີ່ຈະໃຫ້ບໍລິການທີ່ດີທີ່ສຸດ
ຄວາມເປັນມາຂອງ ເອັມເອັສໄອຈີ ໂຊກໄຊ ປະກັນໄພ
ການວາງຮາກຖານ
ບໍລິສັດ ເອັມເອັສໄອຈີ ປະກັນໄພ (ລາວ) ຈຳກັດ ໄດ້ສ້າງຕັ້ງຂຶ້ນໃນປີ 2009 ເປັນບໍລິສັດຮ່ວມທຶນລະຫວ່າງ ເອັມເອັສໄອຈີ (ທຶນ 51%) ແລະ ກະຊວງການເງິນ ໂດຍໃຫ້ຄໍາປຶກສາດ້ານຄວາມສ່ຽງ ແລະ ການຈັດການສິນທົດແທນ ແຕ່ປີ 2010 ເປັນຕົ້ນມາ.
ຈຸດເລີ່ມຕົ້ນຂອງ ໂຊກໄຊ ປະກັນໄພ
ສ້າງຕັ້ງຂຶ້ນໃນປີ 2018 ໂດຍບໍລິສັດ ໂຊກໄຊ ຈະເລີນ ການຄ້າ ຈຳກັດ. ໂຊກໄຊ ປະກັນໄພ ຊ່ຽວຊານໃນດ້ານການໃຫ້ບໍລິການປະກັນໄພລົດ ແລະ ສຸຂະພາບ (ປະກັນໄພອຸປະຕິເຫດສ່ວນບຸກຄົນ ແລະ ສຸຂະພາບກຸ່ມ)
ພັດທະນາການແຫ່ງຄວາມຮ່ວມມື
ການຮ່ວມມືລະຫວ່າງ ເອັມເອັສໄອຈີ ລາວ ແລະ ໂຊກໄຊ ປະກັນໄພ ໄດ້ເລີ່ມຂື້ນໃນປີ 2019. ໂດຍມີການດຳເນີນການກວດສອບທຸລະກິດຢ່າງລະອຽດຕັ້ງແຕ່ປີ 2020 ເຖິງ 2022, ເຊີ່ງເປັນການປູທາງສູ່ການຮ່ວມທຸລະກິດ
ຍຸກສະໄໝໃໝ່ຂອງພວກເຮົາ
ໃນເດືອນມິຖຸນາ 2023, ບໍລິສັດເອັມເອັສໄອຈີ ໂຊກໄຊ ປະກັນໄພ ຈໍາກັດ ໄດ້ເປີດຕົວເປັນບໍລິສັດຮ່ວມຫຸ້ນ, ເປັນບາດກ້າວສໍາຄັນໃນຕະຫຼາດປະກັນໄພລາວ.
ເວລາທີ່ທ່ານສາມາດຕິດຕໍ່ພວກເຮົາໄດ້
ທີມງານຄຸນນະພາບຂອງພວກເຮົາພ້ອມທີ່ຈະຊ່ວຍເຫຼືອທ່ານໃນການບໍລິການປະກັນໄພໃນລະຫວ່າງເວລາເຮັດວຽກເຫຼົ່ານີ້.
ເພື່ອຄວາມສະດວກຂອງທ່ານ, ບໍລິການດິຈິຕອນຂອງພວກເຮົາມີໃຫ້ ບໍລິການຕະຫຼອດ 24 ຊົ່ວໂມງ ຜ່ານແອັບພິເຄຊັ້ນເທິງໂທລະສັບມືຖືຂອງພວກເຮົາ. ໃນຊ່ວງເວລານອກໂມງເຮັດວຽກ, ຫາກເກິດເຫດສຸກເສີນ, ຫຼື ຕ້ອງການຄວາມຊ່ວຍເຫຼືອອັນຮີບດ່ວນ, ກະລຸນາຕິດຕໍ່ສາຍດ່ວນສຸກເສີນຕະຫຼອດ 24 ຊົ່ວໂມງຂອງພວກເຮົາທີ່ເບີ 020 5944 4044 – 020 5944 5000 (ສຳລັບອຸປະຕິເຫດລົດ) ແລະ 020 5585 9091 (ສຳລັບສຸຂະພາບ). ທີມງານຕອບສະໜອງສຸກເສີນຂອງພວກເຮົາພ້ອມທີ່ຈະຊ່ວຍເຫຼືອທ່ານສະເໝີ.

ຮຽນຮູ້ເພີ່ມເຕີມກ່ຽວກັບການນໍາພາຂອງພວກເຮົາ
ພົບກັບບັນດາຜູ້ນໍາທີ່ມີປະສົບການທີ່ຂັບເຄື່ອນບໍລິສັດຂອງພວກເຮົາໄປສູ່ຄວາມເປັນໂດດເດັ່ນ ແລະ ນະວັດຕະກໍາ