ປະກັນອັກຄີໄພ
ປົກປ້ອງເຮືອນ ຫຼື ທຸລະກິດຂອງທ່ານຈາກອັກຄີໄພ ແລະ ຄວາມສ່ຽງທີ່ກ່ຽວຂ້ອງດ້ວຍການຄຸ້ມຄອງທີ່ເຊື່ອຖືໄດ້
ປະກັນອັກຄີໄພ
ປົກປ້ອງເຮືອນ ຫຼື ທຸລະກິດຂອງທ່ານຈາກອັກຄີໄພ ແລະ ຄວາມສ່ຽງທີ່ກ່ຽວຂ້ອງດ້ວຍການຄຸ້ມຄອງທີ່ເຊື່ອຖືໄດ້
ປະກັນອັກຄີໄພສຳລັບທີ່ຢູ່ອາໄສຂອງພວກເຮົາຖືກອອກແບບມາເພື່ອສະຫນອງການຄຸ້ມຄອງທາງດ້ານການເງິນສໍາລັບຊັບສິນທີ່ຢູ່ອາໄສຂອງທ່ານ ແລະ ສີ່ງຂອງພາຍໃນຂອງບ້ານໃນກໍລະນີທີ່ເກີດອັກຄີໄພ ຫຼື ເຫດການອື່ນໆທີ່ກ່ຽວຂ້ອງ.
ສັບສິນຄຸ້ມຄອງຂອງປະກັນອັກຄີໄພ:
ປະກັນໄພຊະນິດນີ້ໃຫ້ການຄຸ້ມຄອງສຳລັບ:
- ໂຄງສ້າງອາຄານ, ລວມເຖິງທີ່ຢູ່ອາໄສຫຼັກ.
- ເຟີນິເຈີ, ອຸປະກອນ ແລະ ເຄື່ອງຕົກແຕ່ງ ເຊັ່ນ: ລະບົບປັບອາກາດ, ອຸປະກອນເຮືອນຄົວ, ແລະ ສ່ວນພະໜັງພາຍໃນ.
ການຄຸ້ມຄອງ ແລະ ຜົນປະໂຫຍດຂອງປະກັນອັກຄີໄພ:
ປະກັນໄພຊະນິດນີ້ຄຸ້ມຄອງເຮືອນຂອງທ່ານ ແລະ ສີ່ງຂອງພາຍໃນຈາກ:
- ໄຟໄໝ້, ຟ້າຜ່າ ແລະ ລະເບີດ.
- ການກະທົບຈາກຍານພາຫະນະ ແລະ ສັດ, ລວມທັງຄວາມເສຍຫາຍ ຫຼື ຮອຍຂີດ.
- ຄວາມເສຍຫາຍຈາກເຮືອບິນ.
- ເສຍຫາຍຈາກນ້ຳ ເນື່ອງຈາກອຸບັດຕິເຫດ.
ສ່ວນຂະຫຍາຍພິເສດ
ເສີມຂະຫຍາຍການຄຸ້ມຄອງຂອງທ່ານດ້ວຍທາງເລືອກການຄຸ້ມຄອງເພີ່ມເຕີມ:
- ການຖືກລັກ, ປຸ້ນ ແລະ ງັດແງະ: ຄຸ້ມຄອງການຖືກລັກຊັບທີ່ມີການເຂົ້າ ຫຼື ອອກໂດຍໃຊ້ກຳລັງ ແລະ ຮຸນແຮງຈາກສະຖານທີ່ປະກັນໄພ.
- ການບາດເຈັບທາງໄຟຟ້າ: ຄຸ້ມຄອງຄວາມເສຍຫາຍ ຫຼື ການສູນເສຍຂອງເຄື່ອງໃຊ້ໄຟຟ້າທີ່ເກີດຈາກຟ້າຜ່າ ຫຼື ໄຟທີ່ເກີດຈາກບັນຫາໄຟຟ້າ.
- ແກ້ວແວ່ນແຕກ: ຄຸ້ມຄອງຄວາມເສຍຫາຍໂດຍບັງເອີນຕໍ່ການຕິດຕັ້ງແກ້ວແວ່ນແບບຄົງທີ່.
ເປັນຫຍັງຈື່ງຕ້ອງເລືອກປະກັນອັກຄີໄພສຳລັບທີ່ຢູ່ອາໄສຂອງພວກເຮົາ?
ເພື່ອຮັບປະກັນວ່າເຮືອນ ແລະສິ່ງຂອງຂອງທ່ານໄດ້ຖືກປົກປ້ອງດ້ວຍແຜນປະກັນໄພທີ່ເໝາະສົມເພື່ອຈັດການກັບຄວາມສ່ຽງທົ່ວໄປສຳລັບເຈົ້າຂອງເຮືອນ. ບໍ່ວ່າຈະເປັນໄຟໄຫມ້, ການລັກ, ຫຼື ຄວາມເສຍຫາຍໂດຍບັງເອີນ, ປະກັນອັກຄີໄພສຳລັບທີ່ຢູ່ອາໄສຂອງພວກເຮົາໃຫ້ການຄຸ້ມຄອງທີ່ເຊື່ອຖືໄດ້ເພື່ອຄວາມອຸ່ນໃຈຂອງທ່ານ.
ຮັບປະກັນອະນາຄົດຂອງທ່ານກັບພວກເຮົາ
ວາງແຜນສໍາລັບອານາຄົດໄວ້ຕັ້ງມື້ນີ້. ຄົ້ນພົບບໍລິການປະກັນໄພທີ່ສົມບູນແບບຂອງພວກເຮົາທີ່ສາມາດປົກປ້ອງສິ່ງທີ່ສໍາຄັນທີ່ສຸດຂອງທ່ານ