021 221 210, 020 5595 9090

ບ້ານ ທາດຫຼວງກາງ, ໜ່ວຍ 5, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ

ປຶກສາເລື່ອງປະກັນໄພ ຟຣີ!

021 221 210

020 5595 9090

ເອັມເອັສໄອຈີ ໂຊກໄຊ ປະກັນໄພ ເຂົ້າຮ່ວມເປີດບູດໃນງານພົບປະປະຈຳປີພະນັກງານ GIZ Laos

ວັນທີ 11 ທັນວາ 2025 — ບໍລິສັດ ເອັມເອັສໄອຈີ ໂຊກໄຊ ປະກັນໄພ ຈຳກັດ ໄດ້ເຂົ້າຮ່ວມເປີດບູດ ໃນງານພົບປະປະຈຳປີພະນັກງານຂອງ ອົງກອນ GIZ Laos ເຊິ່ງເປັນລູກຄ້າຄົນສຳຄັນຂອງພວກເຮົາ.

ໃນການຮ່ວມງານຄັ້ງນີ້ ທາງທີມງານໄດ້ເຜີຍແຜ່ຂໍ້ມູນກ່ຽວກັບ ຜົນປະໂຫຍດ ແລະ ເງື່ອນໄຂການຄຸ້ມຄອງຂອງສັນຍາປະກັນສຸຂະພາບແບບກຸ່ມ, ພ້ອມທັງໃຫ້ຂໍ້ມູນປະກັນໄພປະເພດອື່ນໆ ເຊັ່ນ ປະກັນໄພລົດ, ປະກັນໄພທີ່ຢູ່ອາໃສ ແລະ ຍັງໄດ້ແນະນຳວິທີການນຳໃຊ້ ແອັບ MSIG Sokxay ເພື່ອເປັນເຄື່ອງມືທີ່ສະດວກ ແລະ ທັນສະໄໝ ໃນການຊື້ປະກັນໄພ ແລະ ການເຄມປະກັນໄພ ໃຫ້ແກ່ບັນດາຜູ້ເຂົ້າຮ່ວມ.

ທາງບໍລິສັດຂໍຂອບໃຈຢ່າງສູງ ຕໍ່ຄວາມໄວ້ວາງໃຈ ແລະ ຄວາມເຊື່ອໝັ້ນທີ່ມີຕໍ່ ບໍລິສັດ ເອັມເອັສໄອຈີ ໂຊກໄຊ ປະກັນໄພ ຈຳກັດ.


ທ່ານສາມາດຊື້ປະກັນໄພລົດຜ່ານລີ້ງນີ້:

https://online.msig-sokxay.com

ເອັມເອັສໄອຈີ ໂຊກໄຊ ປະກັນໄພ – ເປັນມີດທີ່ດີຕະຫຼອດໄປ
ສຳລັບຂໍ້ມູນເພີ່ມເຕີ່ມ, ກະລຸນາຕິດຕໍ່ພວກເຮົາທີ່ເບີ 021 221 210 ຫຼື ໂຕແທນປະກັນໄພໃກ້ບ້ານທ່ານ.

ແບ່ງປັນບົດຄວາມນີ້: