021 221 210, 020 5595 9090

ບ້ານ ທາດຫຼວງກາງ, ໜ່ວຍ 5, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ

ປຶກສາເລື່ອງປະກັນໄພ ຟຣີ!

021 221 210

020 5595 9090

ເອັມເອສໄອຈີ ໂຊກໄຊ ປະກັນໄພ ສືບຕໍ່ເສີມສ້າງຄວາມຮ່ວມມືກັບໂຮງໝໍຜ່ານການເຂົ້າຢ້ຽມຢາມ

ພະແນກເຄມສຸຂະພາບ ບໍລິສັດ ເອັມເອັສໄອຈີ ໂຊກໄຊ ປະກັນໄພ ໄດ້ລົງຢ້ຽມຢາມ ແລະ ມອບເສື້ອທີ່ລະນຶກ ເພື່ອເສີມສ້າງສາຍສຳພັນ ແລະ ການຮ່ວມມື ກັບ 4 ໂຮງໝໍລັດໃນເຄືອຂ່າຍ.

ໃນວັນທີ 09 ເມສາ 2026, ທີມງານເຄມສຸຂະພາບ ຂອງ ບໍລິສັດ ເອັມເອັສໄອຈີ ໂຊກໄຊ ປະກັນໄພ ໄດ້ລົງຢ້ຽມຢາມ ແລະ ມອບເສື້ອໃຫ້ແກ່ ບຸກຄະລາກອນ ຂອງພະແນກປະກັນສຸຂະພາບ ປະຈຳ 4 ໂຮງໝໍລັດ ປະກອບມີ: ໂຮງໝໍມະໂຫສົດ, ໂຮງໝໍເຊດຖາທິຣາດ, ໂຮງໝໍສູນກາງ 103 ກອງທັບ ແລະ ໂຮງໝໍມິດຕະພາບ ເຊິ່ງລ້ວນແຕ່ເປັນພັນທະມິດສຳຄັນໃນເຄືອຂ່າຍ.​

ຈຸດປະສົງຫຼັກ ຂອງການດຳເນີນກິດຈະກຳໃນຄັ້ງນີ້ ແມ່ນເພື່ອເສີມສ້າງ ແລະ ຮັກສາ ສາຍສຳພັນອັນດີງາມ ພ້ອມທັງ ສ້າງຄວາມສາມັກຄີ ລະຫວ່າງ ບໍລິສັດ ກັບ ບັນດາໂຮງໝໍໃນເຄືອຂ່າຍ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ ບໍລິສັດໃຫ້ຄວາມສຳຄັນ ຕໍ່ການຮ່ວມມື ແລະ ການປະສານງານ ຢ່າງມີປະສິດທິຜົນ ກັບຄະນະແພດ ແລະ ບຸກຄະລາກອນ ເພື່ອຮ່ວມກັນ ພັດທະນາຄຸນນະພາບ ການບໍລິການ ແລະ ຍົກລະດັບ ປະສົບການ ການດູແລລູກຄ້າ ໃຫ້ດີທີ່ສຸດ.​

ບໍລິສັດ ເອັມເອັສໄອຈີ ໂຊກໄຊ ປະກັນໄພ ຂໍສະແດງ ຄວາມຂອບໃຈ ຢ່າງສູງ ຕໍ່ ບັນດາໂຮງໝໍພັນທະມິດ ສຳລັບ ການສະໜັບສະໜູນ ແລະ ການບໍລິການ ທີ່ມີຄຸນນະພາບ ຕະຫຼອດມາ ແລະ ຄາດຫວັງວ່າ ຈະໄດ້ ສືບຕໍ່ ພັດທະນາ ແລະ ເຕີບໃຫຍ່ ໄປພ້ອມກັນ ຢ່າງຍືນຍົງ.​


ທ່ານສາມາດຊື້ປະກັນໄພຜ່ານລີ້ງນີ້:
– ປະກັນໄພລົດ:
https://online.msig-sokxay.com
– ປະກັນໄພທ່ອງທ່ຽວ: https://travel-insurance.msig-sokxay.com/

ເອັມເອັສໄອຈີ ໂຊກໄຊ ປະກັນໄພ – ເປັນມີດທີ່ດີຕະຫຼອດໄປ
ສຳລັບຂໍ້ມູນເພີ່ມເຕີ່ມ, ກະລຸນາຕິດຕໍ່ພວກເຮົາທີ່ເບີ 021 221 210 ຫຼື ໂຕແທນປະກັນໄພໃກ້ບ້ານທ່ານ.

ແບ່ງປັນບົດຄວາມນີ້: