ເອັມເອັສໄອຈີ ໂຊກໄຊ ປະກັນໄພ ສະຫຼຸບຜົນງານປະຈຳປີ Town Hall 2025: ບາດກ້າວແຫ່ງຄວາມສຳເລັດ ແລະ ຄວາມສາມັກຄີ
ໃນວັນທີ 23 ມັງກອນ 2026, ບໍລິສັດ ເອັມເອັສໄອຈີ ໂຊກໄຊ ປະກັນໄພ ຈຳກັດ ໄດ້ຈັດງານ “Town Hall 2025” ຢ່າງຍິ່ງໃຫຍ່. ງານຄັ້ງນີ້ເປັນເວທີສຳຄັນໃນການສະຫຼຸບຜົນງານການເຕີບໂຕໃນຕະຫຼອດປີທີ່ຜ່ານມາ, ພ້ອມທັງເປັນການຍ້ອງຍໍສັນລະເສີນຄວາມທຸ່ມເທຂອງພະນັກງານທົ່ວປະເທດ ແລະ ຮ່ວມກັນວາງທິດທາງຍຸດທະສາດສຳລັບປີຕໍ່ໄປ.
ສະຫຼຸບຜົນສຳເລັດອັນໂດດເດັ່ນໃນປີ 2025
ງານ Town Hall ໃນຄັ້ງນີ້ ບໍ່ແມ່ນພຽງແຕ່ການສະເຫຼີມສະຫຼອງເທົ່ານັ້ນ, ແຕ່ຍັງເປັນການຈາລຶກຜົນສຳເລັດລວມທີ່ຍາດມາໄດ້ໃນຕະຫຼອດປີ 2025. ຄະນະບໍລິຫານງານໄດ້ຂຶ້ນກ່າວສະຫຼຸບຜົນງານທີ່ພົ້ນເດັ່ນ, ເນັ້ນໜັກເຖິງຄວາມເຂັ້ມແຂງ ແລະ ຄວາມເປັນມືອາຊີບ ເຊິ່ງເປັນປັດໄຈສຳຄັນທີ່ເຮັດໃຫ້ ເອັມເອັສໄອຈີ ໂຊກໄຊ ກ້າວຂຶ້ນເປັນຜູ້ນຳໃນຂະແໜງການປະກັນໄພຢ່າງແຂງແກ່ນ.
ຈິດວິນຍານແຫ່ງຄວາມສາມັກຄີໃນທົ່ວປະເທດ
ງານຄັ້ງນີ້ໄດ້ເຕົ້າໂຮມເອົາບຸກຄະລາກອນ ເອັມເອັສໄອຈີ ໂຊກໄຊ ທີ່ມີຄວາມສາມາດຈາກທົ່ວປະເທດ, ລວມທັງສຳນັກງານໃຫຍ່ທີ່ ນະຄອນຫຼວງວຽງຈັນ ແລະ ບັນດາສາຂາໃນຕ່າງແຂວງ ເຊັ່ນ: ສາຂາ ປາກເຊ, ສາຂາ ສະຫວັນນະເຂດ ແລະ ສາຂາ ຫຼວງພະບາງ
ບັນຍາກາດພາຍໃນງານເຕັມໄປດ້ວຍຄວາມມ່ວນຊື່ນ, ຄວາມສາມັກຄີ ແລະ ຄວາມອົບອຸ່ນ ເຊິ່ງເປັນສິ່ງຢືນຢັນວ່າ ຄວາມສຳເລັດທີ່ຍິ່ງໃຫຍ່ລ້ວນແຕ່ມາຈາກພະລັງຂອງທີມງານທຸກຄົນ.
ກ້າວໄປສູ່ປີ 2026 ດ້ວຍຄວາມມຸ່ງໝັ້ນ
ໃນຂະນະທີ່ພວກເຮົາກ້າວເຂົ້າສູ່ປີໃໝ່, ເອັມເອັສໄອຈີ ໂຊກໄຊ ປະກັນໄພ ຍັງຄົງມຸ່ງໝັ້ນທີ່ຈະຂະຫຍາຍຕົວ ແລະ ຍົກລະດັບການບໍລິການໃຫ້ເປັນເລີດ. ພວກເຮົາຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງທີມງານທຸກພາກສ່ວນ ທີ່ໄດ້ທຸ່ມເທກຳລັງກາຍກຳລັງໃຈໃນການປະຕິບັດໜ້າທີ່ຢ່າງເຕັມສ່ວນ. ພວກເຮົາພ້ອມແລ້ວທີ່ຈະກ້າວໄປຂ້າງໜ້າເພື່ອບັນລຸເປົ້າໝາຍໃໝ່ໃນປີ 2026 ແລະ ສືບຕໍ່ມອບການຄຸ້ມຄອງທີ່ດີທີ່ສຸດໃຫ້ແກ່ລູກຄ້າຂອງພວກເຮົາ
ທ່ານສາມາດຊື້ປະກັນໄພລົດຜ່ານລີ້ງນີ້:
https://online.msig-sokxay.com
ເອັມເອັສໄອຈີ ໂຊກໄຊ ປະກັນໄພ – ເປັນມີດທີ່ດີຕະຫຼອດໄປ
ສຳລັບຂໍ້ມູນເພີ່ມເຕີ່ມ, ກະລຸນາຕິດຕໍ່ພວກເຮົາທີ່ເບີ 021 221 210 ຫຼື ໂຕແທນປະກັນໄພໃກ້ບ້ານທ່ານ.


