ພະແນກເຄມສຸຂະພາບ ບໍລິສັດ ເອັມເອັສໄອຈີ ໂຊກໄຊ ປະກັນໄພ ໄດ້ລົງຢ້ຽມຢາມ ແລະ ມອບເສື້ອທີ່ລະນຶກ ເພື່ອເສີມສ້າງສາຍສຳພັນ ແລະ ການຮ່ວມມື ກັບ 4 ໂຮງໝໍລັດໃນເຄືອຂ່າຍ.
ໃນວັນທີ 09 ເມສາ 2026, ທີມງານເຄມສຸຂະພາບ ຂອງ ບໍລິສັດ ເອັມເອັສໄອຈີ ໂຊກໄຊ ປະກັນໄພ ໄດ້ລົງຢ້ຽມຢາມ ແລະ ມອບເສື້ອໃຫ້ແກ່ ບຸກຄະລາກອນ ຂອງພະແນກປະກັນສຸຂະພາບ ປະຈຳ 4 ໂຮງໝໍລັດ ປະກອບມີ: ໂຮງໝໍມະໂຫສົດ, ໂຮງໝໍເຊດຖາທິຣາດ, ໂຮງໝໍສູນກາງ 103 ກອງທັບ ແລະ ໂຮງໝໍມິດຕະພາບ ເຊິ່ງລ້ວນແຕ່ເປັນພັນທະມິດສຳຄັນໃນເຄືອຂ່າຍ.
ຈຸດປະສົງຫຼັກ ຂອງການດຳເນີນກິດຈະກຳໃນຄັ້ງນີ້ ແມ່ນເພື່ອເສີມສ້າງ ແລະ ຮັກສາ ສາຍສຳພັນອັນດີງາມ ພ້ອມທັງ ສ້າງຄວາມສາມັກຄີ ລະຫວ່າງ ບໍລິສັດ ກັບ ບັນດາໂຮງໝໍໃນເຄືອຂ່າຍ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ ບໍລິສັດໃຫ້ຄວາມສຳຄັນ ຕໍ່ການຮ່ວມມື ແລະ ການປະສານງານ ຢ່າງມີປະສິດທິຜົນ ກັບຄະນະແພດ ແລະ ບຸກຄະລາກອນ ເພື່ອຮ່ວມກັນ ພັດທະນາຄຸນນະພາບ ການບໍລິການ ແລະ ຍົກລະດັບ ປະສົບການ ການດູແລລູກຄ້າ ໃຫ້ດີທີ່ສຸດ.
ບໍລິສັດ ເອັມເອັສໄອຈີ ໂຊກໄຊ ປະກັນໄພ ຂໍສະແດງ ຄວາມຂອບໃຈ ຢ່າງສູງ ຕໍ່ ບັນດາໂຮງໝໍພັນທະມິດ ສຳລັບ ການສະໜັບສະໜູນ ແລະ ການບໍລິການ ທີ່ມີຄຸນນະພາບ ຕະຫຼອດມາ ແລະ ຄາດຫວັງວ່າ ຈະໄດ້ ສືບຕໍ່ ພັດທະນາ ແລະ ເຕີບໃຫຍ່ ໄປພ້ອມກັນ ຢ່າງຍືນຍົງ.
ທ່ານສາມາດຊື້ປະກັນໄພຜ່ານລີ້ງນີ້:
– ປະກັນໄພລົດ: https://online.msig-sokxay.com
– ປະກັນໄພທ່ອງທ່ຽວ: https://travel-insurance.msig-sokxay.com/
ເອັມເອັສໄອຈີ ໂຊກໄຊ ປະກັນໄພ – ເປັນມີດທີ່ດີຕະຫຼອດໄປ
ສຳລັບຂໍ້ມູນເພີ່ມເຕີ່ມ, ກະລຸນາຕິດຕໍ່ພວກເຮົາທີ່ເບີ 021 221 210 ຫຼື ໂຕແທນປະກັນໄພໃກ້ບ້ານທ່ານ.


