ບໍລິສັດ ເອັມເອັສໄອຈີ ໂຊກໄຊ ປະກັນໄພ ຈໍາກັດ ມອບອຸປະກອນການຮຽນ-ກິລາ ແລະ ງົບປະມານກໍ່ສ້າງຫ້ອງນ້ຳ ໃຫ້ແກ່ໂຮງຮຽນປະຖົມສົມບູນ ນາທູນ-ນ້ຳໄຮ
ໃນວັນທີ 09 ກັນຍາ 2026, ຢູ່ທີ່ ບ້ານນາທູນ-ນ້ຳໄຮ, ເມືອງເຟືອງ, ແຂວງວຽງຈັນ. ບໍລິສັດ ເອັມເອັສໄອຈີ ໂຊກໄຊ ປະກັນໄພ ຈໍາກັດ ຮ່ວມກັບ ກຸ່ມບໍລິສັດ ໂຊກໄຊ ຈໍາກັດ ໄດ້ຈັດພິທີມອບອຸປະກອນການຮຽນ-ກິລາ ແລະ ງົບປະມານສໍາລັບການກໍ່ສ້າງຫ້ອງນ້ຳໃໝ່ ຈຳນວນ 02 ຫ້ອງ ໃຫ້ແກ່ ໂຮງຮຽນປະຖົມສົມບູນ ນາທູນ-ນ້ຳໄຮ ລວມມູນຄ່າທັງໝົດ 80,800,000 ກີບ (ແປດສິບລ້ານ ແປດແສນກີບ), ເຊິ່ງຕາງໜ້າມອບໂດຍ ທ່ານ ພອນສະຫວັນ ສີຊະນະ ຜູ້ອຳນວຍການ ບໍລິສັດ ເອັມເອັສໄອຈີ ໂຊກໄຊ ປະກັນໄພ ຈຳກັດ ແລະ ໃຫ້ກຽດຕາງໜ້າກ່າວຮັບໂດຍ ທ່ານ ບົວໄລ ເເກ້ວມະນີທອງ ຜູ້ອຳນວຍການ ໂຮງຮຽນປະຖົມສົມບູນ ນາທູນ-ນ້ຳໄຮ ເພື່ອນຳເອົາອຸປະກອນ ແລະ ງົບປະມານດັ່ງກ່າວ ໄປນໍາໃຊ້ໃນການພັດທະນາການຮຽນ-ການສອນ ແລະ ປັບປຸງພື້ນຖານໂຄງລ່າງຂອງໂຮງຮຽນ ໃຫ້ມີຄວາມສະດວກສະບາຍ ແລະ ຖືກສຸຂະອະນາໄມ.
ການຊ່ວຍເຫຼືອໃນຄັ້ງນີ້ ເປັນສ່ວນໜຶ່ງຂອງໂຄງການຊ່ວຍເຫຼືອສັງຄົມ ຂອງບໍລິສັດ ເອັມເອັສໄອຈີ ໂຊກໄຊ ປະກັນໄພ ທີ່ເລັງເຫັນເຖິງຄວາມສໍາຄັນຂອງການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ, ໂດຍສະເພາະແມ່ນການສ້າງສະພາບແວດລ້ອມທີ່ດີ ໃຫ້ແກ່ເດັກນ້ອຍນັກຮຽນ ເພື່ອກາຍເປັນກໍາລັງສໍາຄັນຂອງຊາດໃນອະນາຄົດ. ນອກຈາກນັ້ນ, ຍັງເປັນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຂອງພາກລັດ, ໂດຍສະເພາະແມ່ນການເຂົ້າເຖິງການສຶກສາທີ່ມີຄຸນນະພາບ ແລະ ນ້ຳສະອາດ-ສຸຂະອະນາໄມ.
ການສະໜັບສະໜູນຄັ້ງນີ້ ປະກອບມີ: ປຶ້ມ, ບິກ, ສໍ, ບັນທັດ, ໝາກບານ, ໝາກບານສົ່ງ ແລະ ອຸປະກອນການຮຽນ-ກິລາອື່ນໆ ທີ່ຈຳເປັນ, ພ້ອມທັງງົບປະມານໃນການກໍ່ສ້າງຫ້ອງນ້ຳໃໝ່ ທີ່ຖືກຕ້ອງຕາມມາດຕະຖານສຸຂະອະນາໄມ ເພື່ອໃຫ້ຄູ-ອາຈານ ແລະ ນັກຮຽນ ມີສຸຂະພາບທີ່ດີ ແລະ ສະດວກສະບາຍໃນການນຳໃຊ້.
ໃນໂອກາດນີ້, ທ່ານ ບົວໄລ ເເກ້ວມະນີທອງ ໄດ້ກ່າວຂອບໃຈ ແລະ ຍ້ອງຍໍຊົມເຊີຍ ຕໍ່ບໍລິສັດ ເອັມເອັສໄອຈີ ໂຊກໄຊ ປະກັນໄພ ແລະ ກຸ່ມບໍລິສັດ ໂຊກໄຊ ທີ່ໄດ້ມີຄວາມຫ່ວງໃຍ ແລະ ຮ່ວມປະກອບສ່ວນທຶນຮອນ ຊ່ວຍເຫຼືອໂຮງຮຽນ ແລະ ນັກຮຽນໃນຄັ້ງນີ້, ເຊິ່ງຖືເປັນການປະກອບສ່ວນອັນສຳຄັນ ຮ່ວມກັບ ພາກລັດ ໃນການພັດທະນາການສຶກສາ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນເລື້ອຍໆ.
ບໍລິສັດ ເອັມເອັສໄອຈີ ໂຊກໄຊ ປະກັນໄພ ຂໍສົ່ງມອບກໍາລັງໃຈອັນຈິງໃຈ ມາຍັງຄູ-ອາຈານ ແລະ ນັກຮຽນທຸກທ່ານ ຂໍໃຫ້ມີສຸຂະພາບແຂງແຮງ, ຕັ້ງໃຈສຶກສາຮ່ຳຮຽນ ເພື່ອກາຍເປັນຜູ້ສືບທອດທີ່ດີ ແລະ ມີຄຸນນະພາບ ຂອງປະເທດຊາດໃນອະນາຄົດ.
ທ່ານສາມາດຊື້ປະກັນໄພຜ່ານລີ້ງນີ້:
– ປະກັນໄພລົດ: https://online.msig-sokxay.com
– ປະກັນໄພທ່ອງທ່ຽວ: https://travel-insurance.msig-sokxay.com/
ເອັມເອັສໄອຈີ ໂຊກໄຊ ປະກັນໄພ – ເປັນມີດທີ່ດີຕະຫຼອດໄປ
ສຳລັບຂໍ້ມູນເພີ່ມເຕີ່ມ, ກະລຸນາຕິດຕໍ່ພວກເຮົາທີ່ເບີ 021 221 210 ຫຼື ໂຕແທນປະກັນໄພໃກ້ບ້ານທ່ານ.


