ໃນວັນທີ 5 ຕຸລາ 2025, ທ່ານ ຜູ້ອຳນວຍການ ແລະ ຄະນະບໍລິຫານຂອງບໍລິສັດ ເອັມເອັສໄອຈີ ໂຊກໄຊ ປະກັນໄພ ຈຳກັດ ໄດ້ມີເກຍດຮ່ວມເຂົ້າຮ່ວມພິທີ ສະເຫຼີມສະຫຼອງວາລະຄົບຮອບ 20 ປີ ຂອງກຸ່ມບໍລິສັດ ໂຊກໄຊ ແລະ ພ້ອມກັນນັ້ນ ຍັງໄດ້ຮ່ວມສະເຫຼີມສະຫຼອງວັນເກີດຂອງ ທ່ານ ໂຊກໄຊ ສົມໃຈນືກ, ປະທານກຸ່ມບໍລິສັດ ໂຊກໄຊ.
ຕະຫຼອດໄລຍະເວລາ 20 ປີທີ່ຜ່ານມາ, ກຸ່ມບໍລິສັດ ໂຊກໄຊ ໄດ້ສະແດງໃຫ້ເຫັນເຖິງການເຕີບໂຕທີ່ມັ່ນຄົງ ແລະ ຕໍ່ເນື່ອງ ໂດຍຂະຫຍາຍຂະໜາດທຸລະກິດຈົນກາຍເປັນໜຶ່ງໃນ ບໍລິສັດຊັ້ນນຳໃນ ສປປ ລາວ. ກຸ່ມບໍລິສັດໄດ້ກໍ່ຕັ້ງໂດຍ ທ່ານ ໂຊກໄຊ ສົມໃຈນືກ, ຜູ້ກໍ່ຕັ້ງ ແລະ ປະທານກຸ່ມບໍລິສັດ ໂຊກໄຊ ດ້ວຍວິໄສທັດທີ່ຊັດເຈນ — ມຸ່ງສູ່ການເປັນຜູ້ນຳໃນດ້ານການຄ້າ ແລະ ການລົງທຶນ ທັງໃນປະເທດ ແລະ ຕ່າງປະເທດ.
ເຖີງວ່າຈຸດເລີ່ມຕົ້ນທີ່ເຕັມໄປດ້ວຍອຸປະສັກ ແລະ ຄວາມທ້າທາຍ, ກຸ່ມໂຊກໄຊ ໄດ້ສ້າງພື້ນຖານທີ່ແຂງແຮງ ແລະ ຢັ້ງຢືນ ສຳລັບການດຳເນີນທຸລະກິດໃນຫຼາຍຂະແໜງ. ມາຮອດປະຈຸບັນ ກຸ່ມບໍລິສັດໄດ້ກາຍເປັນ ບໍລິສັດດຽວໃນປະເທດລາວ ທີ່ໄດ້ສ້າງຄວາມຮ່ວມມືທາງທຸລະກິດກັບບໍລິສັດຊັ້ນນຳຈາກປະເທດຍີ່ປຸ່ນ ເຊັ່ນ Toyota Tsusho Corporation ແລະ Toyota Tsusho Asia Pacific PTE. LTD.
ພວກເຮົາຮູ້ສຶກປະທັບໃຈ ແລະ ມີເກຍດຢ່າງຍິ່ງ ທີ່ໄດ້ຮ່ວມສະເຫຼີມສະຫຼອງໃນເຫດການຄົບຮອບ 20 ປີ ອັນສຳຄັນນີ້ ເພື່ອສະທ້ອນເຖິງການເຕີບໂຕ ແລະ ຄວາມສຳເລັດທີ່ເກີດຈາກຄວາມມຸ່ງມັ້ນ ແລະ ວິໄສທັດທີ່ແຂງແຮງ.
ພວກເຮົາຂໍສົ່ງຄວາມຍິນດີຢ່າງຈາກໃຈ ແລະ ຂໍອວຍພອນໃຫ້ກຸ່ມບໍລິສັດ ໂຊກໄຊ ປະສົບຄວາມສຳເລັດ ແລະ ຄວາມຮຸ່ງເຮືອງຢ່າງຕໍ່ເນື່ອງໃນອະນາຄົດ.
ທ່ານສາມາດຊື້ປະກັນໄພລົດຜ່ານລີ້ງນີ້:
https://online.msig-sokxay.com
ເອັມເອັສໄອຈີ ໂຊກໄຊ ປະກັນໄພ – ເປັນມີດທີ່ດີຕະຫຼອດໄປ
ສຳລັບຂໍ້ມູນເພີ່ມເຕີ່ມ, ກະລຸນາຕິດຕໍ່ພວກເຮົາທີ່ເບີ 021 221 210 ຫຼື ໂຕແທນປະກັນໄພໃກ້ບ້ານທ່ານ.
 
				 
								 
															

