021 221 210, 020 5595 9090

ບ້ານ ທາດຫຼວງກາງ, ໜ່ວຍ 5, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ

ປຶກສາເລື່ອງປະກັນໄພ ຟຣີ!

021 221 210

020 5595 9090

Team Building 2026 ສ້າງຄວາມສາມັກຄີພາຍໃນ

ຮູບພາບບັນຍາກາດງານ “Team Building” ກິດຈະກຳສ້າງຄວາມສາມັກຄີພາຍໃນ!

ກິດຈະກຳທີ່ສ້າງແຮງບັນດານໃຈທີ່ສຸມໃສ່ການເສີມສ້າງຄວາມສາມັກຄີ, ການຮ່ວມມື, ແລະ ນ້ຳໃຈທີມງານພາຍໃນບໍລິສັດ ເອັມເອັສໄອຈີ ໂຊກໄຊ ປະກັນໄພ ຈຳກັດ. ກິດຈະກຳດັ່ງກ່າວເຕັມໄປດ້ວຍຄວາມສຸກ, ສຽງຫົວ, ແລະ ຄວາມສາມັກຄີທີ່ດີ ເຊີ່ງໄດ້ຈັດຂຶ້ນໃນວັນທີ 20–21 ກຸມພາ 2026 ທີ່ຜ່ານມາ.​

ກິດຈະກຳນີ້ຈັດຂຶ້ນເພື່ອ:​
  • ເສີມສ້າງການເຮັດວຽກເປັນທີມ ແລະ ການສື່ສານລະຫວ່າງພະແນກຕ່າງໆ​
  • ສ້າງຄວາມໄວ້ວາງໃຈ ແລະ ສາຍພົວພັນທີ່ເຂັ້ມແຂງລະຫວ່າງເພື່ອນຮ່ວມງານ​
  • ຊຸກຍູ້ການຮ່ວມມືເພື່ອບັນລຸເປົ້າໝາຍຮ່ວມກັນຂອງພວກເຮົາ​
  • ເຕີມພະລັງແຮງຈູງໃຈ ແລະ ສົ່ງເສີມສະພາບແວດລ້ອມການເຮັດວຽກໃນທາງບວກ​

ທີ່ ເອັມເອັສໄອຈີ ໂຊກໄຊ ປະກັນໄພ, ພວກເຮົາເຊື່ອວ່າການເຮັດວຽກເປັນທີມທີ່ເຂັ້ມແຂງແມ່ນພື້ນຖານຂອງການບໍລິການທີ່ດີເລີດ. ເມື່ອທີມງານຂອງພວກເຮົາເຕີບໃຫຍ່ເຂັ້ມແຂງຂຶ້ນຮ່ວມກັນ, ພວກເຮົາຈະມີຄວາມພ້ອມທີ່ດີກວ່າທີ່ຈະໃຫ້ການປົກປ້ອງ ແລະ ການດູແລທີ່ດີທີ່ສຸດສຳລັບລູກຄ້າທີ່ມີຄຸນຄ່າຂອງພວກເຮົາ.​


ທ່ານສາມາດຊື້ປະກັນໄພຜ່ານລີ້ງນີ້:
– ປະກັນໄພລົດ:
https://online.msig-sokxay.com
– ປະກັນໄພທ່ອງທ່ຽວ: https://travel-insurance.msig-sokxay.com/

ເອັມເອັສໄອຈີ ໂຊກໄຊ ປະກັນໄພ – ເປັນມີດທີ່ດີຕະຫຼອດໄປ
ສຳລັບຂໍ້ມູນເພີ່ມເຕີ່ມ, ກະລຸນາຕິດຕໍ່ພວກເຮົາທີ່ເບີ 021 221 210 ຫຼື ໂຕແທນປະກັນໄພໃກ້ບ້ານທ່ານ.

ແບ່ງປັນບົດຄວາມນີ້: