ປະກັນອັກຄີໄພ ປົກປ້ອງເຮືອນ ຫຼື ທຸລະກິດຂອງທ່ານຈາກອັກຄີໄພ ແລະ ຄວາມສ່ຽງທີ່ກ່ຽວຂ້ອງດ້ວຍການຄຸ້ມຄອງທີ່ເຊື່ອຖືໄດ້ ປະກັນອັກຄີໄພ ປົກປ້ອງເຮືອນ ຫຼື ທຸລະກິດຂອງທ່ານຈາກອັກຄີໄພ ແລະ ຄວາມສ່ຽງທີ່ກ່ຽວຂ້ອງດ້ວຍການຄຸ້ມຄອງທີ່ເຊື່ອຖືໄດ້ ປະກັນອັກຄີໄພສຳລັບທີ່ຢູ່ອາໄສຂອງພວກເຮົາຖືກອອກແບບມາເພື່ອສະຫນອງການຄຸ້ມຄອງທາງດ້ານການເງິນສໍາລັບຊັບສິນທີ່ຢູ່ອາໄສຂອງທ່ານ ແລະ ສີ່ງຂອງພາຍໃນຂອງບ້ານໃນກໍລະນີທີ່ເກີດອັກຄີໄພ ຫຼື ເຫດການອື່ນໆທີ່ກ່ຽວຂ້ອງ. ສັບສິນຄຸ້ມຄອງຂອງປະກັນອັກຄີໄພ: ປະກັນໄພຊະນິດນີ້ໃຫ້ການຄຸ້ມຄອງສຳລັບ: ໂຄງສ້າງອາຄານ, ລວມເຖິງທີ່ຢູ່ອາໄສຫຼັກ.ເຟີນິເຈີ, ອຸປະກອນ ແລະ ເຄື່ອງຕົກແຕ່ງ ເຊັ່ນ: ລະບົບປັບອາກາດ, ອຸປະກອນເຮືອນຄົວ, ແລະ ສ່ວນພະໜັງພາຍໃນ. ການຄຸ້ມຄອງ ແລະ ຜົນປະໂຫຍດຂອງປະກັນອັກຄີໄພ: ປະກັນໄພຊະນິດນີ້ຄຸ້ມຄອງເຮືອນຂອງທ່ານ ແລະ ສີ່ງຂອງພາຍໃນຈາກ: ໄຟໄໝ້, ຟ້າຜ່າ ແລະ ລະເບີດ.ການກະທົບຈາກຍານພາຫະນະ ແລະ ສັດ, ລວມທັງຄວາມເສຍຫາຍ ຫຼື ຮອຍຂີດ.ຄວາມເສຍຫາຍຈາກເຮືອບິນ.ເສຍຫາຍຈາກນ້ຳ ເນື່ອງຈາກອຸບັດຕິເຫດ. ສ່ວນຂະຫຍາຍພິເສດ ເສີມຂະຫຍາຍການຄຸ້ມຄອງຂອງທ່ານດ້ວຍທາງເລືອກການຄຸ້ມຄອງເພີ່ມເຕີມ: ການຖືກລັກ, ປຸ້ນ ແລະ ງັດແງະ: ຄຸ້ມຄອງການຖືກລັກຊັບທີ່ມີການເຂົ້າ ຫຼື ອອກໂດຍໃຊ້ກຳລັງ ແລະ ຮຸນແຮງຈາກສະຖານທີ່ປະກັນໄພ.ການບາດເຈັບທາງໄຟຟ້າ: ຄຸ້ມຄອງຄວາມເສຍຫາຍ ຫຼື ການສູນເສຍຂອງເຄື່ອງໃຊ້ໄຟຟ້າທີ່ເກີດຈາກຟ້າຜ່າ ຫຼື ໄຟທີ່ເກີດຈາກບັນຫາໄຟຟ້າ.ແກ້ວແວ່ນແຕກ: ຄຸ້ມຄອງຄວາມເສຍຫາຍໂດຍບັງເອີນຕໍ່ການຕິດຕັ້ງແກ້ວແວ່ນແບບຄົງທີ່. ເປັນຫຍັງຈື່ງຕ້ອງເລືອກປະກັນອັກຄີໄພສຳລັບທີ່ຢູ່ອາໄສຂອງພວກເຮົາ? ເພື່ອຮັບປະກັນວ່າເຮືອນ ແລະສິ່ງຂອງຂອງທ່ານໄດ້ຖືກປົກປ້ອງດ້ວຍແຜນປະກັນໄພທີ່ເໝາະສົມເພື່ອຈັດການກັບຄວາມສ່ຽງທົ່ວໄປສຳລັບເຈົ້າຂອງເຮືອນ. ບໍ່ວ່າຈະເປັນໄຟໄຫມ້, ການລັກ, ຫຼື ຄວາມເສຍຫາຍໂດຍບັງເອີນ, ປະກັນອັກຄີໄພສຳລັບທີ່ຢູ່ອາໄສຂອງພວກເຮົາໃຫ້ການຄຸ້ມຄອງທີ່ເຊື່ອຖືໄດ້ເພື່ອຄວາມອຸ່ນໃຈຂອງທ່ານ. ຊື່ ນາມສະກຸນ ເບີໂທຕິດຕໍ່ ອີເມວ ຜະລິດຕະພັນປະກັນໄພ ປະກັນໄພລົດ ປະກັນອັກຄີໄພ ປະກັນໄພທຸລະກິດຂະໜາດນ້ອຍ ປະກັນໄພທີ່ຢູ່ອາໄສ ປະກັນໄພຊັບສິນ ປະກັນໄພເງິນ ປະກັນໄພການເດິນທາງ ປະກັນໄພຄວາມຮັບຜິດຊອບທາງແພ່ງ ປະກັນໄພຂົນສົ່ງ ປະກັນໄພອຸປະກອນ ປະກັນໄພສຸຂະພາບກຸ່ມ ປະກັນໄພອຸປະຕິເຫດກຸ່ມ ປະກັນໄພກໍ່ສ້າງ ສົ່ງຂໍ້ມູນ ຮັບປະກັນອະນາຄົດຂອງທ່ານກັບພວກເຮົາ ວາງແຜນສໍາລັບອານາຄົດໄວ້ຕັ້ງມື້ນີ້. ຄົ້ນພົບບໍລິການປະກັນໄພທີ່ສົມບູນແບບຂອງພວກເຮົາທີ່ສາມາດປົກປ້ອງສິ່ງທີ່ສໍາຄັນທີ່ສຸດຂອງທ່ານ ສຳຫຼວດຜະລິດຕະພັນຂອງພວກເຮົາ ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່ຫາພວກເຮົາທີ່ sale@msig-sokxay.com 020 5595 9090 020 5595 9090