021 221 210, 020 5595 9090

ບ້ານ ທາດຫຼວງກາງ, ໜ່ວຍ 5, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ

ປຶກສາເລື່ອງປະກັນໄພ ຟຣີ!

021 221 210

020 5595 9090

ເອັມເອັສໄອຈີ ໂຊກໄຊ ປະກັນໄພ ສະໜອງງົບປະມານເພື່ອສະໜັບສະໜູນການປະຊຸມພາກລັດ

ວັນທີ 27 ພະຈິກ 2025 — ບໍລິສັດ ເອັມເອັສໄອຈີ ໂຊກໄຊ ປະກັນໄພ ຈຳກັດ ນຳພາໂດຍ ທ່ານ ພອນສະຫວັນ ສີຊະນະ ຜູ້ອຳນວຍການໃຫຍ່ ພ້ອມດ້ວຍ ທີມງານຜູ້ບໍລິຫານ ໄດ້ເຂົ້າມອບງົບປະມານສະໜັບສະໜູນ ໃຫ້ແກ່ ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ.

ການສະໜັບສະໜູນຄັ້ງນີ້ ມີມູນຄ່າ 50,000,000 ກີບ ເຊິ່ງເປັນສ່ວນໜຶ່ງຂອງການສະໜອງງົບປະມານ ເພື່ອສະໜັບສະໜູນການຈັດງານ ກອງປະຊຸມໃຫຍ່ ຄັ້ງທີ່ II ຂອງໜ່ວຍພັກຮາກຖານກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ.

ການປະກອບສ່ວນຄັ້ງນີ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງບໍລິສັດໃນການສະໜັບສະໜູນການລິເລີ່ມຂອງພາກລັດ ແລະ ສົ່ງເສີມການຮ່ວມມືຢ່າງຕໍ່ເນື່ອງ ພ້ອມທັງເຮັດໃຫ້ກອງປະຊຸມໄດ້ຮັບຜົນສໍາເລັດຢ່າງມີປະສິດທິພາບ ແລະ ປະສິດທິຜົນ.


ທ່ານສາມາດຊື້ປະກັນໄພລົດຜ່ານລີ້ງນີ້:

https://online.msig-sokxay.com

ເອັມເອັສໄອຈີ ໂຊກໄຊ ປະກັນໄພ – ເປັນມີດທີ່ດີຕະຫຼອດໄປ
ສຳລັບຂໍ້ມູນເພີ່ມເຕີ່ມ, ກະລຸນາຕິດຕໍ່ພວກເຮົາທີ່ເບີ 021 221 210 ຫຼື ໂຕແທນປະກັນໄພໃກ້ບ້ານທ່ານ.

ແບ່ງປັນບົດຄວາມນີ້: