ຂັ້ນຕອນການນຳໃຊ້ປະກັນໄພສຸຂະພາບ ເຂົ້າໃຈວິທີການນໍາໃຊ້ປະກັນໄພສຸຂະພາບຂອງທ່ານໃນການປິ່ນປົວ, ການເຂົ້າຮັກສາໃນໂຮງຫມໍ ແລະ ເຫດສຸກເສີນ ຂັ້ນຕອນການນຳໃຊ້ປະກັນໄພສຸຂະພາບ ເຂົ້າໃຈວິທີການນໍາໃຊ້ປະກັນໄພສຸຂະພາບຂອງທ່ານໃນການປິ່ນປົວ, ການເຂົ້າຮັກສາໃນໂຮງຫມໍ ແລະ ເຫດສຸກເສີນ ສິ່ງທີ່ຕ້ອງປະຕິບັດເມື່ອທ່ານຕ້ອງການໃຊ້ບໍລິການດ້ານສຸຂະພາບ ຂັ້ນຕອນ 1: ບັດປະກັນໄພສຸຂະພາບຂອງ ເອັມເອັສໄອຈີ ໂຊກໄຊ ເມື່ອທ່ານໄປໃຊ້ບໍລິການ ສະຖານທີ່ບໍລິການສຸຂະພາບພາຍໃນເຄືອຂ່າຍຂອງບໍລິສັດ ໃຫ້ທ່ານສະແດງບັດປະກັນໄພສຸຂະພາບ ພ້ອມບັດປະຈຳຕົວຂອງທ່ານໃຫ້ແກ່ເຈົ້າໜ້າທີ່ ຂັ້ນຕອນ 1: ບັດປະກັນໄພສຸຂະພາບຂອງ ເອັມເອັສໄອຈີ ໂຊກໄຊ ເມື່ອທ່ານໄປໃຊ້ບໍລິການ ສະຖານທີ່ບໍລິການສຸຂະພາບພາຍໃນເຄືອຂ່າຍຂອງບໍລິສັດ ໃຫ້ທ່ານສະແດງບັດປະກັນໄພສຸຂະພາບ ພ້ອມບັດປະຈຳຕົວຂອງທ່ານໃຫ້ແກ່ເຈົ້າໜ້າທີ່ ຂັ້ນຕອນ 2: ກວດສອບເອກະສານຂອງທ່ານ ກ່ອນການນຳໃຊ້ບໍລິການ, ທາງສະຖານທີ່ບໍລິການສຸຂະພາບ ຈະກວດສອບຂໍ້ມູນຂອງທ່ານ ຂັ້ນຕອນ 3: ທຳຄວາມເຂົ້າໃຈຕໍ່ຄວາມຮັບຜິດຊອບໃນການຊຳລະເງິນຂອງທ່ານ ທ່ານຈະໄດ້ຮັບການປິ່ນປົວພາຍໃຕ້ເງື່ອນໄຂຂອງສັນຍາທີ່ທ່ານມີ ໃນກໍລະນີຄ່າໃຊ້ຈ່າຍໃນການປິ່ນປົວເກີນວົງເງິນປະກັນໄພ ທ່ານຈະຕ້ອງຮັບຜິດຊອບໃນການໃຊ້ຈ່າຍສ່ວນເກີນ ແລະ ຄ່າສຳລັບການຊື້ອຸປະກອນຈາກພາຍນອກໃຫ້ກັບທາງສະຖານທີ່ບໍລິການສຸຂະພາບ. ຂັ້ນຕອນ 3: ທຳຄວາມເຂົ້າໃຈຕໍ່ຄວາມຮັບຜິດຊອບໃນການຊຳລະເງິນຂອງທ່ານ ທ່ານຈະໄດ້ຮັບການປິ່ນປົວພາຍໃຕ້ເງື່ອນໄຂຂອງສັນຍາທີ່ທ່ານມີ ໃນກໍລະນີຄ່າໃຊ້ຈ່າຍໃນການປິ່ນປົວເກີນວົງເງິນປະກັນໄພ ທ່ານຈະຕ້ອງຮັບຜິດຊອບໃນການໃຊ້ຈ່າຍສ່ວນເກີນ ແລະ ຄ່າສຳລັບການຊື້ອຸປະກອນຈາກພາຍນອກໃຫ້ກັບທາງສະຖານທີ່ບໍລິການສຸຂະພາບ. ຂັ້ນຕອນ 4: ຊຳລະເງິນໂດຍກົງເຂົ້າສະຖາທີ່ບໍລິການສຸຂະພາບ ຄ່າໃຊ້ຈ່າຍໃນການປິ່ນປົວແມ່ນທາງ ບໍລິສັດ ຈະຊຳລະໂດຍກົງກັບສະຖານທີ່ບໍລິການສຸຂະພາບ. ຂັ້ນຕອນໃນການຮັບສິນທົດແທນຄືນ ຂັ້ນຕອນ 1: ເລືອກສະຖານທີ່ບໍລິການສຸຂະພາບ ທ່ານສາມາດເຂົ້າຮັບປິ່ນປົວໃນສະຖານທີ່ບໍລິການສຸຂະພາບແຫ່ງໃດກໍໄດ້ທີ່ທ່ານສະດວກ. ຂັ້ນຕອນ 1: ເລືອກສະຖານທີ່ບໍລິການສຸຂະພາບ ທ່ານສາມາດເຂົ້າຮັບປິ່ນປົວໃນສະຖານທີ່ບໍລິການສຸຂະພາບແຫ່ງໃດກໍໄດ້ທີ່ທ່ານສະດວກ. ຂັ້ນຕອນ 2: ເກັບຮັກສາເອກະສານຂອງທ່ານໄວ້ ຫຼັງຈາກໄດ້ຮັບການປິ່ນປົວສຳເລັດແລ້ວ ເອກະສານທີ່ທ່ານຕ້ອງໄດ້ເກັບຮັກສາມີ ໃບບິນການຊຳລະເງິນ, ໃບລາຍງານການປິ່ນປົວລະອຽດ (ບົ່ງມະຕິພະຍາດ, ວາງຢາ ແລະ ໃບສັ່ງກວດຕ່າງໆ) ແລະ ໃບອອກໂຮງໝໍ (ໃນກໍລະນີນອນໂຮງໝໍ). ຂັ້ນຕອນ 3: ສົ່ງເອກະສານຮ້ອງຂໍສິນທົດແທນ ຕື່ມຂໍ້ມູນໃສ່ແບບຟອມຮຽກຮ້ອງສິນທົດແທນໃຫ້ຄົບຖ້ວນ ພ້ອມເອກະສານຕິດຄັດເຫຼົ່ານີ້:– ໃບບິນການຊຳລະເງິນ.– ໃບລາຍງານການປິ່ນປົວລະອຽດ (ບົ່ງມະຕິພະຍາດ, ວາງຢາ ແລະ ໃບສັ່ງກວດຕ່າງໆ)– ໃບອອກໂຮງໝໍ (ໃນກໍລະນີນອນໂຮງໝໍ).– ສຳເນົາບັດປະກັນສຸຂະພາບ.– ສຳເນົາໜ້າປຶ້ມເລກບັນຊີທະນາຄານ.– ສຳເນົາບັດປະຈຳຕົວ, ປຶ້ມສຳມະໂນຄົວ ຫຼື ໜັງສືເດີນທາງ (ພາສປອດ). ຂັ້ນຕອນ 3: ສົ່ງເອກະສານຮ້ອງຂໍສິນທົດແທນ ຕື່ມຂໍ້ມູນໃສ່ແບບຟອມຮຽກຮ້ອງສິນທົດແທນໃຫ້ຄົບຖ້ວນ ພ້ອມເອກະສານຕິດຄັດເຫຼົ່ານີ້:– ໃບບິນການຊຳລະເງິນ.– ໃບລາຍງານການປິ່ນປົວລະອຽດ (ບົ່ງມະຕິພະຍາດ, ວາງຢາ ແລະ ໃບສັ່ງກວດຕ່າງໆ)– ໃບອອກໂຮງໝໍ (ໃນກໍລະນີນອນໂຮງໝໍ).– ສຳເນົາບັດປະກັນສຸຂະພາບ.– ສຳເນົາໜ້າປຶ້ມເລກບັນຊີທະນາຄານ.– ສຳເນົາບັດປະຈຳຕົວ, ປຶ້ມສຳມະໂນຄົວ ຫຼື ໜັງສືເດີນທາງ (ພາສປອດ). ຂັ້ນຕອນ 4: ຮັບສິນທົດແທນຂອງທ່ານ ຖ້າຫາກເອກະສານທີ່ທ່ານປະກອບຄົບຖ້ວນແລ້ວ ທ່ານຈະໄດ້ຮັບສິນທົດແທນຄືນພາຍໃນ 14 ວັນຂອງມື້ລັດຖະການ ຂໍ້ມູນເພີ່ມເຕີມກ່ຽວກັບ ບໍລິການຮັບສິນທົດແທນປະກັນໄພສຸຂະພາບ ສໍາລັບການສອບຖາມຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່ຫາທີ່ ສາຍດ່ວນປະກັນໄພສຸຂະພາບ 020 5585 9191 ບໍລິການອື່ນໆ ຈ່າຍສິນທົດແທນ ໂຮງໝໍເຄືອຂ່າຍ ເຄືອຂ່າຍອູ່ສ້ອມແປງ ຂັ້ນຕອນການນຳໃຊ້ປະກັນໄພລົດ ຄົ້ນຫາໂຕແທນປະກັນໄພ ດາວໂຫຼດແບບຟອມ