ຂັ້ນຕອນການນຳໃຊ້ປະກັນໄພລົດ ຄໍາແນະນໍາແຕ່ລະຂັ້ນຕອນໃນການນຳໃຊ້ປະກັນໄພລົດ, ນັບຕັ້ງແຕ່ການແຈ້ງອຸປະຕິເຫດຈົນເຖິງການເອົາລົດເຂົ້າສ້ອມແປງ ຂັ້ນຕອນການນຳໃຊ້ປະກັນໄພລົດ ຄໍາແນະນໍາແຕ່ລະຂັ້ນຕອນໃນການນຳໃຊ້ປະກັນໄພລົດ, ນັບຕັ້ງແຕ່ການແຈ້ງອຸປະຕິເຫດຈົນເຖິງການເອົາລົດເຂົ້າສ້ອມແປງ ສິ່ງທີ່ຄວນເຮັດເວລາລົດເກີດອຸປະຕິເຫດ ຂັ້ນຕອນ 1: ຢຸດ ແລະ ຮັກສາຄວາມປອດໄພຂອງບ່ອນເກີດເຫດ ຢຸດລົດທັນທີ, ເປີດໄຟສັນຍານສຸກເສີນ ແລະ ວາງ ຫຼື ຕັ້ງເຄື່ອງໝາຍເຕືອນອັນຕະລາຍ, ບໍ່ໃຫ້ເຄື່ອນຍ້າຍຍານພາຫະນະ, ວັດຖຸ ຫຼື ຊິ້ນສ່ວນຕ່າງໆທີ່ກ່ຽວຂ້ອງກັບອຸປະຕິເຫດນັ້ນ ຂັ້ນຕອນ 1: ຢຸດ ແລະ ຮັກສາຄວາມປອດໄພຂອງບ່ອນເກີດເຫດ ຢຸດລົດທັນທີ, ເປີດໄຟສັນຍານສຸກເສີນ ແລະ ວາງ ຫຼື ຕັ້ງເຄື່ອງໝາຍເຕືອນອັນຕະລາຍ, ບໍ່ໃຫ້ເຄື່ອນຍ້າຍຍານພາຫະນະ, ວັດຖຸ ຫຼື ຊິ້ນສ່ວນຕ່າງໆທີ່ກ່ຽວຂ້ອງກັບອຸປະຕິເຫດນັ້ນ ຂັ້ນຕອນ 2: ລະບາຍການສັນຈອນໃຫ້ເປັນປົກກະຕິ ຖ້າຈຳເປັນ ໃນກໍລະນີທີ່ອຸປະຕິເຫດກີດຂວາງການສັນຈອນ ໃຫ້ຂີດໝາຍຕຳແໜ່ງ ຂອງຍານພາຫະນະ, ວັດຖຸ ຫຼື ຊິ້ນສ່ວນ ບົນພື້ນຖານການຕົກລົງກັນຂອງຄູ່ກໍລະນີ ແລະ ທ່ານສາມາດຍ້າຍລົດຂອງທ່ານໄປຂ້າງທາງໄດ້. ຂັ້ນຕອນ 3: ຕິດຕໍ່ຫາສາຍດ່ວນ ເອັມເອັສໄອຈີ ໂຊກໄຊ ສຳລັບການຊ່ວຍເຫຼືອແບບທັນທີ ໂທຫາສາຍດ່ວນປະກັນໄພອຸປະຕິເຫດ ເອັມເອັສໄອຈີ ໂຊກໄຊ ທີ່ເບີ 020 5844 4044 ຫຼື 020 5944 4044 ທັນທີສຳລັບຄຳແນະນຳ ແລະ ການຊ່ວຍເຫຼືອລະຫວ່າງເກີດອຸປະຕິເຫດ ຂັ້ນຕອນ 3: ຕິດຕໍ່ຫາສາຍດ່ວນ ເອັມເອັສໄອຈີ ໂຊກໄຊ ສຳລັບການຊ່ວຍເຫຼືອແບບທັນທີ ໂທຫາສາຍດ່ວນປະກັນໄພອຸປະຕິເຫດ ເອັມເອັສໄອຈີ ໂຊກໄຊ ທີ່ເບີ 020 5844 4044 ຫຼື 020 5944 4044 ທັນທີສຳລັບຄຳແນະນຳ ແລະ ການຊ່ວຍເຫຼືອລະຫວ່າງເກີດອຸປະຕິເຫດ ຂັ້ນຕອນ 4: ລໍຖ້າການຊ່ວຍເຫຼືອຈາກພະນັກງານແກ້ໄຂອຸປະຕິເຫດຂອງພວກເຮົາ ພະນັກງານຮັບແຈ້ງອຸປະຕິເຫດຂອງພວກເຮົາຈະປະສານຫາພະນັກງານແກ້ໄຂອຸປະຕິເຫດທີ່ໃກ້ທ່ານທີ່ສຸດ ເພື່ອໃຫ້ພວກເຂົາໄປຫາທ່ານທີ່ສະຖານທີ່ເກີດອຸປະຕິເຫດ ແລະ ໃຫ້ການຊ່ວຍເຫຼືອ. ຂັ້ນຕອນ 5: ໃຫ້ຄວາມສຳຄັນໃນການຊ່ວຍເຫຼືອຜູ້ໄດ້ຮັບບາດເຈັບກ່ອນ ໃນກໍລະນີມີຜູ້ໄດ້ຮັບບາດເຈັບ ຈົ່ງຢ່າລັ່ງເລນຳສົ່ງຜູ້ບາດເຈັບໄປໂຮງໝໍທີ່ໃກ້ທີສຸດໂດຍດ່ວນເພື່ອຮັບປະກັນຄວາມປອດໄພຂອງພວກເຂົາ. ຂັ້ນຕອນ 5: ໃຫ້ຄວາມສຳຄັນໃນການຊ່ວຍເຫຼືອຜູ້ໄດ້ຮັບບາດເຈັບກ່ອນ ໃນກໍລະນີມີຜູ້ໄດ້ຮັບບາດເຈັບ ຈົ່ງຢ່າລັ່ງເລນຳສົ່ງຜູ້ບາດເຈັບໄປໂຮງໝໍທີ່ໃກ້ທີສຸດໂດຍດ່ວນເພື່ອຮັບປະກັນຄວາມປອດໄພຂອງພວກເຂົາ. ຂັ້ນຕອນ 6: ຮວບຮວມເອກະສານທີ່ຈຳເປັນ ຕ້ອງກະກຽມເອກະສານທີ່ຈຳເປັນ ເຊັ່ນ ໃບຂັບຂີ່, ໃບທະບຽນລົດ ແລະ ໃບສັນຍາປະກັນໄພລົດຂອງທ່ານ ຂັ້ນຕອນ 7: ພະນັກງານແກ້ໄຂອຸປະຕິເຫດເກັບກຳຂໍ້ມູນ ແລະ ເຈລະຈາ ພະນັກງານແກ້ໄຂອຸປະຕິເຫດ ຈະໄປທີ່ຈຸດເກີດເຫດເພື່ອເກັບກຳຂໍ້ມູນທີ່ຈຳເປັນ ແລະ ຊ່ວຍເຈລະຈາກັບຄູ່ກໍລະນີ ຂັ້ນຕອນ 7: ພະນັກງານແກ້ໄຂອຸປະຕິເຫດເກັບກຳຂໍ້ມູນ ແລະ ເຈລະຈາ ພະນັກງານແກ້ໄຂອຸປະຕິເຫດ ຈະໄປທີ່ຈຸດເກີດເຫດເພື່ອເກັບກຳຂໍ້ມູນທີ່ຈຳເປັນ ແລະ ຊ່ວຍເຈລະຈາກັບຄູ່ກໍລະນີ ຂັ້ນຕອນ 8: ຂໍ້ຕົກລົງຮ່ວມກັນສຳລັບການສ້ອມແປງລົດ ທັງສອງຝ່າຍຕົກລົງເຮັດບົດບັນທຶກທົດແທນຄວາມເສຍຫາຍການສ້ອມແປງຍານພາຫະນະ ຂັ້ນຕອນ 9: ນຳລົດຂອງທ່ານເຂົ້າສ້ອມແປງຕາມທີ່ຕົກລົງໄວ້ ຫຼັງຈາກຕົກລົງກັນແລ້ວ, ນຳລົດຂອງທ່ານເຂົ້າອູ່ສ້ອມແປງຕາມບົດບັນທຶກທີ່ຕົກລົງ ແລະ ເຫັນດີເປັນເອກະພາບກັນ ຂັ້ນຕອນ 9: ນຳລົດຂອງທ່ານເຂົ້າສ້ອມແປງຕາມທີ່ຕົກລົງໄວ້ ຫຼັງຈາກຕົກລົງກັນແລ້ວ, ນຳລົດຂອງທ່ານເຂົ້າອູ່ສ້ອມແປງຕາມບົດບັນທຶກທີ່ຕົກລົງ ແລະ ເຫັນດີເປັນເອກະພາບກັນ ຂໍ້ມູນເພີ່ມເຕີມກ່ຽວກັບ ບໍລິການຮັບສິນທົດແທນປະກັນໄພລົດ ສໍາລັບການສອບຖາມຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່ຫາທີ່ ສາຍດ່ວນປະກັນໄພລົດ 020 5844 4044, 020 5944 4044 ຕິດຕໍ່ສຳລັບລົດເຂົ້າສ້ອມແປງ 020 5944 6000, 020 5844 4044 ບໍລິການອື່ນໆ ຈ່າຍສິນທົດແທນ ເຄືອຂ່າຍອູ່ສ້ອມແປງ ໂຮງໝໍເຄືອຂ່າຍ ຂັ້ນຕອນການນຳໃຊ້ປະກັນໄພສຸຂະພາບ ຄົ້ນຫາໂຕແທນປະກັນໄພ ດາວໂຫຼດແບບຟອມ