021 221 210, 020 5595 9090

ບ້ານ ທາດຫຼວງກາງ, ໜ່ວຍ 5, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ

ປຶກສາເລື່ອງປະກັນໄພ ຟຣີ!

021 221 210

020 5595 9090

ກຸ່ມບໍລິສັດ ໂຊກໄຊ​ ຈໍາກັດ​ ສືບຕໍ່ຂະຫຍາຍການຮ່ວມມືກັບ ບໍລິສັດ TOYOTA TSUSHO CORPORATION.

ໃນວັນທີ 23/10/2025, ຢູ່ທີ່ ສຳນັກງານໃຫຍ່ ບໍລິສັດ TOYOTA TSUSHO CORPORATION,​ ເມືອງ​ Nagoya,​ ປະເທດຍີ່ປຸ່ນ, ໄດ້ຈັດພິທີເຊັນສັນຍາຮ່ວມມືທາງດ້ານທຸລະກິດ​ ລະຫວ່າງ ກຸ່ມບໍລິສັດ ໂຊກໄຊ​ ຈໍາກັດ ແລະ ບໍລິສັດ TOYOTA TSUSHO CORPORATION ແລະ ບໍລິສັດ TOYOTA TSUSHO ASIA PACIFIC PTE. LTD ໂດຍການເຂົ້າຮ່ວມຂອງ ທ່ານ ໂຊກໄຊ ສົມໃຈນຶກ ປະທານ ກຸ່ມບໍລິສັດ ໂຊກໄຊ​ ແລະ ທ່ານ Shingeru HARADA, CEO Of​ Mobilitity Division, ມີຄະນະຜູ້ບໍລິຫານຂອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.​

ການເຊັນສັນຍາຮ່ວມມືທາງດ້ານທຸລະກິດໃນຄັ້ງນີ້ ແມ່ນມີຄວາມໝາຍສຳຄັນຫຼາຍ ເນື່ອງຈາກເປັນການສືບຕໍ່ຂະຫຍາຍການຮ່ວມມືເພີ່ມອີກໜຶ່ງຂະແໜງການທຸລະກິດ ລະຫວ່າງ ກຸ່ມບໍລິສັດ ໂຊກໄຊ ຈໍາກັດ ແລະ ບໍລິສັດ ​TOYOTA TSUSHO CORPORATION ເພື່ອແນ່ໃສ່ຍົກລະດັບມາດຕະຖານການບໍລິການທາງດ້ານການເງິນ ແລະ ການບໍລິການອື່ນໆ​ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ທັນສະໄໝຫຼາຍຂຶ້ນ.

ກຸ່ມບໍລິສັດ ໂຊກໄຊ​ ແມ່ນບໍລິສັດຫນຶ່ງດຽວໃນ ສປປ.​ ລາວ​ ທີ່ເປັນຄູ່ຮ່ວມມືທາງດ້ານທຸລະກິດກັບ ບໍລິສັດ​ ​TOYOTA TSUSHO CORPORATION ທີ່ເປັນບໍລິສັດສາກົນ ແລະ​ ເປັນບໍລິສັດອັນດັບໜຶ່ງຂອງ ປະເທດຢິ່ປຸ່ນ. ພວກເຮົາມີຄວມມຸ່ງໝັ້ນທີ່ຈະນໍາບົດຮຽນ, ປະສົບການ ແລະ ຄວາມຊ່ຽວຊານຈາກເພື່ອນມິດຕ່າງປະເທດ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ. ລາວ ໃຫ້ນັບມື້ເຕີບໃຫຍ່ ແລະ ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ.


ທ່ານສາມາດຊື້ປະກັນໄພລົດຜ່ານລີ້ງນີ້:

https://online.msig-sokxay.com

ເອັມເອັສໄອຈີ ໂຊກໄຊ ປະກັນໄພ – ເປັນມີດທີ່ດີຕະຫຼອດໄປ
ສຳລັບຂໍ້ມູນເພີ່ມເຕີ່ມ, ກະລຸນາຕິດຕໍ່ພວກເຮົາທີ່ເບີ 021 221 210 ຫຼື ໂຕແທນປະກັນໄພໃກ້ບ້ານທ່ານ.

ແບ່ງປັນບົດຄວາມນີ້: