ໃນວັນທີ 23/10/2025, ຢູ່ທີ່ ສຳນັກງານໃຫຍ່ ບໍລິສັດ TOYOTA TSUSHO CORPORATION, ເມືອງ Nagoya, ປະເທດຍີ່ປຸ່ນ, ໄດ້ຈັດພິທີເຊັນສັນຍາຮ່ວມມືທາງດ້ານທຸລະກິດ ລະຫວ່າງ ກຸ່ມບໍລິສັດ ໂຊກໄຊ ຈໍາກັດ ແລະ ບໍລິສັດ TOYOTA TSUSHO CORPORATION ແລະ ບໍລິສັດ TOYOTA TSUSHO ASIA PACIFIC PTE. LTD ໂດຍການເຂົ້າຮ່ວມຂອງ ທ່ານ ໂຊກໄຊ ສົມໃຈນຶກ ປະທານ ກຸ່ມບໍລິສັດ ໂຊກໄຊ ແລະ ທ່ານ Shingeru HARADA, CEO Of Mobilitity Division, ມີຄະນະຜູ້ບໍລິຫານຂອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ການເຊັນສັນຍາຮ່ວມມືທາງດ້ານທຸລະກິດໃນຄັ້ງນີ້ ແມ່ນມີຄວາມໝາຍສຳຄັນຫຼາຍ ເນື່ອງຈາກເປັນການສືບຕໍ່ຂະຫຍາຍການຮ່ວມມືເພີ່ມອີກໜຶ່ງຂະແໜງການທຸລະກິດ ລະຫວ່າງ ກຸ່ມບໍລິສັດ ໂຊກໄຊ ຈໍາກັດ ແລະ ບໍລິສັດ TOYOTA TSUSHO CORPORATION ເພື່ອແນ່ໃສ່ຍົກລະດັບມາດຕະຖານການບໍລິການທາງດ້ານການເງິນ ແລະ ການບໍລິການອື່ນໆ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ທັນສະໄໝຫຼາຍຂຶ້ນ.
ກຸ່ມບໍລິສັດ ໂຊກໄຊ ແມ່ນບໍລິສັດຫນຶ່ງດຽວໃນ ສປປ. ລາວ ທີ່ເປັນຄູ່ຮ່ວມມືທາງດ້ານທຸລະກິດກັບ ບໍລິສັດ TOYOTA TSUSHO CORPORATION ທີ່ເປັນບໍລິສັດສາກົນ ແລະ ເປັນບໍລິສັດອັນດັບໜຶ່ງຂອງ ປະເທດຢິ່ປຸ່ນ. ພວກເຮົາມີຄວມມຸ່ງໝັ້ນທີ່ຈະນໍາບົດຮຽນ, ປະສົບການ ແລະ ຄວາມຊ່ຽວຊານຈາກເພື່ອນມິດຕ່າງປະເທດ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ. ລາວ ໃຫ້ນັບມື້ເຕີບໃຫຍ່ ແລະ ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ.
ທ່ານສາມາດຊື້ປະກັນໄພລົດຜ່ານລີ້ງນີ້:
https://online.msig-sokxay.com
ເອັມເອັສໄອຈີ ໂຊກໄຊ ປະກັນໄພ – ເປັນມີດທີ່ດີຕະຫຼອດໄປ
ສຳລັບຂໍ້ມູນເພີ່ມເຕີ່ມ, ກະລຸນາຕິດຕໍ່ພວກເຮົາທີ່ເບີ 021 221 210 ຫຼື ໂຕແທນປະກັນໄພໃກ້ບ້ານທ່ານ.


