021 221 210, 020 5595 9090

ບ້ານ ທາດຫຼວງກາງ, ໜ່ວຍ 5, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ

ປຶກສາເລື່ອງປະກັນໄພ ຟຣີ!

021 221 210

020 5595 9090

ເອັມເອສໄອຈີ ໂຊກໄຊ ປະກັນໄພ ສະເຫຼີມສະລອງຕ້ອນຮັບປີໃໝ່ລາວ ປະຈຳປີ ພສ 2569

ພາບບັນຍາກາດງານລ້ຽງຕ້ອນຮັບປີໃໝ່ລາວ ຂອງບໍລິສັດ ເອັມເອສໄອຈີ ໂຊກໄຊ ປະກັນໄພ ປະຈຳປີ ພສ 2569

ຮ່ວມສືບສານປະເພນີອັນດີງາມຂອງຊາດລາວ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພສ 2568 ແລະ ຕ້ອນຮັບປີໃໝ່ ພສ 2569. ບໍລິສັດ ເອັມເອສໄອຈີ ໂຊກໄຊ ປະກັນໄພ (MSIG Sokxay Insurance) ໄດ້ຈັດພິທີທາງສາສະໜາ ແລະ ບາສີສູ່ຂວັນ ຂຶ້ນຢ່າງສົມກຽດ.

ພວກເຮົາໄດ້ເນັ້ນໃສ່ການສະເຫຼີມສະລອງທີ່ຮຽບງ່າຍ ແຕ່ເຕັມໄປດ້ວຍຄວາມໝາຍ ແລະ ສິຣິມຸງຄຸນ ເພື່ອເປັນການອະນຸລັກຮັກສາວັດທະນະທຳອັນລ້ຳຄ່າໃຫ້ຍືນຍົງຕະຫຼອດໄປ.

ເນື່ອງໃນໂອກາດອັນເປັນສິຣິມຸງຄຸນນີ້, ພວກເຮົາຂໍສົ່ງພອນໄຊອັນປະເສີດມາຍັງ: ຄະນະຜູ້ບໍລິຫານ,ພະນັກງານທຸກຖັນແຖວ ຕະຫຼອດຮອດລູກຄ້າ ແລະ ຄູ່ຮ່ວມທຸລະກິດທີ່ຮັກແພງ ຈົ່ງມີສຸຂະພາບເຂັ້ມແຂງ, ຂໍໃຫ້ທຸລະກິດ ແລະ ໜ້າທີ່ການງານຂອງທ່ານຈົ່ງຈະເລີນຮຸ່ງເຮືອງ, ມັ່ງຄັ່ງລ່ຳລວຍ ແລະ ສົມປາດຖະໜາທຸກປະການ.

ຂໍໃຫ້ປີໃໝ່ລາວ ພສ 2569 ນີ້ ເປັນປີແຫ່ງຄວາມສຸກ, ຄວາມປອດໄພ ແລະ ຄວາມກ້າວໜ້າຢ່າງບໍ່ຢຸດຢັ້ງ. ບໍ່ວ່າທ່ານຈະເດີນທາງໄປໃສ ຫຼື ສະຫຼອງຢູ່ເຮືອນກັບຄອບຄົວ, ຂໍໃຫ້ມີແຕ່ຮອຍຍິ້ມ ແລະ ຄວາມສະຫວັດດີພາບໃນທຸກເສັ້ນທາງ!

ສະບາຍດີປີໃໝ່ລາວ ພສ 2569! ຂໍໃຫ້ເປັນປີທີ່ດີເລີດສຳລັບທຸກໆທ່ານ.


ທ່ານສາມາດຊື້ປະກັນໄພຜ່ານລີ້ງນີ້:
– ປະກັນໄພລົດ:
https://online.msig-sokxay.com
– ປະກັນໄພທ່ອງທ່ຽວ: https://travel-insurance.msig-sokxay.com/

ເອັມເອັສໄອຈີ ໂຊກໄຊ ປະກັນໄພ – ເປັນມີດທີ່ດີຕະຫຼອດໄປ
ສຳລັບຂໍ້ມູນເພີ່ມເຕີ່ມ, ກະລຸນາຕິດຕໍ່ພວກເຮົາທີ່ເບີ 021 221 210 ຫຼື ໂຕແທນປະກັນໄພໃກ້ບ້ານທ່ານ.

ແບ່ງປັນບົດຄວາມນີ້: