021 221 210, 020 5595 9090

ບ້ານ ທາດຫຼວງກາງ, ໜ່ວຍ 5, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ

ປຶກສາເລື່ອງປະກັນໄພ ຟຣີ!

021 221 210

020 5595 9090

ເອັມເອັສໄອຈີ ໂຊກໄຊ ປະກັນໄພ ແລະ ທະນາຄານ ເອຊີລີດາ ລາວ ສ້າງຄວາມຮ່ວມມືທາງທຸລະກິດ

ວັນທີ 18 ມີນາ 2025, ບໍລິສັດ ເອັມເອັສໄອຈີ ໂຊກໄຊ ປະກັນໄພ ຈຳກັດ ແລະ ທະນາຄານ ເອຊີລີດາ ລາວ ຈຳກັດ ໄດ້ລົງນາມເຊັນສັນຍາຮ່ວມທຸລະກິດຢ່າງເປັນທາງການ ເຊີ່ງເປັນຈຸດໝາຍສຳຄັນສຳລັບທັງສອງອົງກອນ.

ພິທີເຊັນສັນຍາໄດ້ມີການເຂົ້າຮ່ວມໂດຍ ທ່ານ ພອນສະຫວັນ ສີຊະນະ, ຜູ້ອຳນວຍການໃຫຍ່ ບໍລິສັດ ເອັມເອັສໄອຈີ ໂຊກໄຊ ປະກັນໄພ ຈຳກັດ ແລະ ທ່ານ Raksmey Nguon, Managing Director & CEO ທະນາຄານ ເອຊີລີດາ ລາວ ຈຳກັດ. ຄວາມຮ່ວມມືນີ້ມີເປົ້າໝາຍໃນການພັດທະນາບໍລິການທາງດ້ານການເງິນ ແລະ ປະກັນໄພ, ໃຫ້ມີຄວາມສະດວກ ແລະ ຄົບວົງຈອນຫຼາຍຂຶ້ນສຳລັບລູກຄ້າ.

ຄວາມຮ່ວມມືຄັ້ງນີ້ຖືເປັນຈຸດເລີ່ມຕົ້ນທີ່ດີຂອງທັງສອງບໍລິສັດໃນການສ້າງສັນ ແລະ ໃຫ້ຄວາມຄຸ້ມຄອງທາງດ້ານການເງິນທີ່ເຊື່ອຖືໄດ້ໃຫ້ແກ່ລູກຄ້າໃນ ສປປ ລາວ. ດ້ວຍເປົ້າໝາຍ ແລະ ຄວາມຊຳນານຮ່ວມກັນ, ທັງສອງອົງກອນຄາດຫວັງວ່າຄວາມຮ່ວມມືຄັ້ງນີ້ຈະນຳພາຜົນປະໂຫຍດມາໃຫ້ທັງລູກຄ້າ ແລະ ສັງຄົມໂດຍລວມ.

ຕິດຕາມຂ່າວສານເພີ່ມເຕີມກ່ຽວກັບຄວາມຮ່ວມມືນີ້ ແລະ ປະໂຫຍດທີ່ທ່ານຈະໄດ້ຮັບ!


ທ່ານສາມາດຊື້ປະກັນໄພລົດຜ່ານລີ້ງນີ້:

https://online.msig-sokxay.com

ເອັມເອັສໄອຈີ ໂຊກໄຊ ປະກັນໄພ – ເປັນມີດທີ່ດີຕະຫຼອດໄປ
ສຳລັບຂໍ້ມູນເພີ່ມເຕີ່ມ, ກະລຸນາຕິດຕໍ່ພວກເຮົາທີ່ເບີ 021 221 210 ຫຼື ໂຕແທນປະກັນໄພໃກ້ບ້ານທ່ານ.

ແບ່ງປັນບົດຄວາມນີ້: