ບໍລິສັດ ເອັມເອັສໄອຈີ ໂຊກໄຊ ປະກັນໄພ ມອບເຄື່ອງອຸປະກອນຮັບໃຊ້ເຂົ້າໃນວຽກງານວິຊາເພາະ ໃຫ້ຫ້ອງຕຳຫຼວດ ປກສ ແຂວງຄຳມ່ວນ

ໃນວັນທີ 08 ຕຸລາ 2024 ນີ້; ຢູ່ທີ່ກອງບັນຊາການ ປກສ ແຂວງ ຄຳມ່ວນ. ບໍລິສັດ ເອັມເອັສໄອຈີ ໂຊກໄຊປະກັນໄພ. ໄດ້ມອບເຄືອງອຸປະກອນຮັບໃຊ້ ເຂົ້າໃນວຽກງານວິຊາສະເພາະ ກອງຄະດີອຸປະຕິເຫດ ພະແນກຕຳຫຼວດ ຈະລາຈອນ ຫ້ອງຕຳຫຼວດ ປກສ ແຂວງຄຳມ່ວນ, ລວມມູນຄ່າ 3.750.000 ກີບ. ໂດຍການກ່າວມອບຂອງ ທ່ານ ວົງພະຈັນ ຂຸນວົງສາ ຕາງໜ້າບໍລິສັດຕາງໜ້າບໍລິສັດ ເອັມເອັສໄອຈີ ໂຊກໄຊ ປະກັນໄພ ພ້ອມຄະນະ. ກ່າວຮັບໂດຍ ທ່ານ ພັທ ວໍລະຈິດ ດວງລາຕີ ຫົວໜ້າຫ້ອງຕຳຫຼວດ ປກສ ແຂວງຄຳມ່ວນ.
ຈຸດປະສົງທີ່ທາງ ບໍລິສັດ ເອັມເອັສໄອຈີ ໂຊກໄຊ ປະກັນໄພ ທີ່ໄດ້ນຳເອົາເຄື່ອງອຸປະກອນຮັບໃຊ້ ວຽກງານວິຊາສະເພາະ ຍ້ອນວ່າເຫັນໄດ້ ຄວາມໝາຍຄວາມສຳຄັນຂອງວຽກງານຈະລາຈອນ ໃນການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມທ້ອງທະຖົນ ແລະ ເພື່ອເປັນການປະກອບສ່ວນຊຸກຍູ້ເຂົ້າໃນວຽກວິຊາສະເພາະຂອງຫ້ອງຕຳຫຼວດ ປກສ ແຂວງຄຳມ່ວນ ໂດຍສະເພາະກໍ່ແມ່ນວຽກງານຂອງກອງຄະດີອຸປະຕິເຫດ ພະແນກຕຳຫຼວດ ຈະລາຈອນ ຫ້ອງຕຳຫຼວດ ປກສ ແຂວງ ໃຫ້ມີຄວາມສະດວກວ່ອງໄວ ແລະ ພຽງພໍກັບຄວາມຮຽກຮ້ອງຕ້ອງການ ຂອງວຽກງານ ທີ່ຍັງຂາດເຂີນ. ອຸປະກອນທີ່ນຳມາມອບໃນຄັ້ງນີ້ມີ: ກໍ້ແມັດຍາວ 02 ກໍ້, ໄມ້ຄ້ອນໄຟ 5 ອັນ, ໄຟສາຍໃຫຍ່ 02 ອັນ ແລະ ຈວຍສະທ້ອນແສງ 10 ອັນ.
ໂອກາດດັ່ງກ່າວ ພັທ ວໍລະຈິດ ດວງລາຕີ ຫົວໜ້າຫ້ອງຕຳຫຼວດ ປກສ ແຂວງຄຳມ່ວນ. ກໍ່ໄດ້ກ່າວສະແດງຄວາມຂອບໃຈ ແລະ ອວຍພອນໄຊອັນປະເສີດ ໃຫ້ທາງບໍລິສັດ ເອັມເອັສໄອຈີ ໂຊກໄຊປະກັນໄພ ພ້ອມດ້ວຍຄະນະ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກໃນຊິວິດສ່ວນຕົວ ແລະ ຄອບຄົວ, ດຳເນີນທຸລະກິດ, ກໍ່ຂໍໃຫ້ຈະເລີນກ້າວໜ້າ ແລະ ຫວັງຢ່າງຫຍິ່ງໂອກາດໜ້າຈະໄດ້ຮັບການຊ່ວຍເຫຼືອອີກ.
ທ່ານສາມາດຊື້ປະກັນໄພລົດຜ່ານລີ້ງນີ້:
https://online.msig-sokxay.com
ເອັມເອັສໄອຈີ ໂຊກໄຊ ປະກັນໄພ – ເປັນມີດທີ່ດີຕະຫຼອດໄປ
ສຳລັບຂໍ້ມູນເພີ່ມເຕີ່ມ, ກະລຸນາຕິດຕໍ່ພວກເຮົາທີ່ເບີ 021 221 210 ຫຼື ໂຕແທນປະກັນໄພໃກ້ບ້ານທ່ານ.