021 221 210, 020 5595 9090

ບ້ານ ທາດຫຼວງກາງ, ໜ່ວຍ 5, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ

ປຶກສາເລື່ອງປະກັນໄພ ຟຣີ!

021 221 210

020 5595 9090

ເອັມເອສໄອຈີ ໂຊກໄຊ ປະກັນໄພ ຍົກລະດັບຄວາມຮູ້ດ້ານປະກັນໄພ ໃຫ້ກັບບຸກຄະລາກອນໃນກຸ່ມບໍລິສັດ ໂຊກໄຊ

ບໍລິສັດ ເອັມເອສໄອຈີ ໂຊກໄຊ ປະກັນໄພ ໄດ້ຈັດການຝຶກອົບຮົມຍົກລະດັບຄວາມຮູ້ ແລະ ທັກສະດ້ານປະກັນໄພໃຫ້ກັບ ກຸ່ມບໍລິສັດໂຊກໄຊ. ການຝຶກອົບຮົມໃນຄັ້ງນີ້ ເນັ້ນໃສ່ການເພີ່ມທະວີຄວາມຮູ້, ຄວາມເຂົ້າໃຈ ແລະ ທັກສະການໃຫ້ຄຳປຶກສາດ້ານປະກັນໄພຢ່າງມືອາຊີບ ເພື່ອຕອບໂຈດທຸກຄວາມຕ້ອງການຂອງລູກຄ້າໃນຍຸກປັດຈຸບັນ.

ຈຸດປະສົງຫຼັກຂອງການເສີມສ້າງສັກກະຍະພາບໃນຄັ້ງນີ້:​
  • ເພື່ອໃຫ້ທີມງານຊ່ຽວຊານໃນການໃຫ້ຂໍ້ມູນ ແລະ ຄຳແນະນຳດ້ານປະກັນໄພໄດ້ຢ່າງຖືກຕ້ອງ ແລະ ຊັດເຈນ.
  • ເພື່ອກະກຽມຄວາມພ້ອມໃນການຮອງຮັບ ແລະ ແກ້ໄຂບັນຫາໃຫ້ແກ່ລູກຄ້າດ້ວຍມາດຕະຖານລະດັບສາກົນ.
  • ເພື່ອຢືນຢັນວ່າ ທີມງານຂອງພວກເຮົາແມ່ນມີຄວາມເຂັ້ມແຂງ ແລະ ພ້ອມທີ່ຈະກ້າວເດີນໄປຂ້າງໜ້າຢ່າງໝັ້ນຄົງ.

ພວກເຮົາເຊື່ອໝັ້ນວ່າ ທີມງານທີ່ໄດ້ຮັບການຝຶກອົບຮົມຢ່າງເປັນລະບົບນີ້ ຈະເປັນ “ຜູ້ຊ່ຽວຊານດ້ານປະກັນໄພທີ່ທ່ານໄວ້ວາງໃຈ” ແລະ ມອບຄວາມອຸ່ນໃຈໃຫ້ກັບລູກຄ້າທຸກທ່ານ ເພື່ອສ້າງຄວາມໝັ້ນໃຈໄປກັບທີມງານມືອາຊີບຂອງພວກເຮົາ.


ທ່ານສາມາດຊື້ປະກັນໄພຜ່ານລີ້ງນີ້:
– ປະກັນໄພລົດ:
https://online.msig-sokxay.com
– ປະກັນໄພທ່ອງທ່ຽວ: https://travel-insurance.msig-sokxay.com/

ເອັມເອັສໄອຈີ ໂຊກໄຊ ປະກັນໄພ – ເປັນມີດທີ່ດີຕະຫຼອດໄປ
ສຳລັບຂໍ້ມູນເພີ່ມເຕີ່ມ, ກະລຸນາຕິດຕໍ່ພວກເຮົາທີ່ເບີ 021 221 210 ຫຼື ໂຕແທນປະກັນໄພໃກ້ບ້ານທ່ານ.

ແບ່ງປັນບົດຄວາມນີ້: