021 221 210, 020 5595 9090

ບ້ານ ທາດຫຼວງກາງ, ໜ່ວຍ 5, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ

ປຶກສາເລື່ອງປະກັນໄພ ຟຣີ!

021 221 210

020 5595 9090

ເອັມເອັສໄອຈີ ໂຊກໄຊ ປະກັນໄພ ລົງນາມຂໍ້ຕົກລົງການໃຫ້ບໍລິການປະກັນໄພສຸຂະພາບ ກັບອົງການ VEFF ສຳລັບນັກສຶກສາ

ໃນຕອນທ່ຽງຂອງວັນທີ 10 ເມສາ 2024 ທີ່ຜ່ານມາ, ບໍລິສັດ ເອັມເອັສໄອຈີ ໂຊກໄຊ ປະກັນໄພ ຈຳກັດ ໄດ້ຈັດພິທີເຊັນສັນຍາຂໍ້ຕົກລົງການໃຫ້ບໍລິການປະກັນໄພສຸຂະພາບ ລະຫວ່າງບໍລິສັດ ແລະ ອົງການ VEFF ສຳລັບນັກສຶກສາ.

ການລົງນາມໃນຄັ້ງນີ້ ແມ່ນສັນຍານເຖິງຄວາມເຊື່ອໝັ້ນ ແລະ ການຮ່ວມມືກັນຢ່າງເປັນທາງການຂອງທັງສອງຝ່າຍ ໃນການໃຫ້ຄວາມຄຸ້ມຄອງດ້ານສຸຂະພາບໃຫ້ແກ່ນັກສຶກສາໃນລະບົບຂອງ VEFF ຢ່າງຄົບວົງຈອນ.

ເອັມເອັສໄອຈີ ໂຊກໄຊ ປະກັນໄພ ຮູ້ສຶກຍິນດີທີ່ໄດ້ເປັນຜູ້ໃຫ້ບໍລິການປະກັນໄພສຸຂະພາບໃຫ້ແກ່ນັກສຶກສາ ແລະ ມຸ່ງຫມັ້ນທີ່ຈະມອບບໍລິການທີ່ມີຄຸນນະພາບ ເພື່ອຄວາມສະບາຍໃຈ ແລະ ຄວາມປອດໄພຂອງຜູ້ໄດ້ຮັບຄວາມຄຸ້ມຄອງທຸກຄົນ.

ເຫດການນີ້ເປັນຈຸດເລີ່ມຕົ້ນທີ່ສຳຄັນຂອງການຮ່ວມມືທີ່ມີແນວໂນ້ມທີ່ດີ ແລະ ພວກເຮົາຫວັງວ່າຈະໄດ້ຮ່ວມມືກັນຢ່າງຕໍ່ເນື່ອງໃນການສົ່ງເສີມຄຸນນະພາບຊີວິດ ແລະ ຄວາມປອດໄພຂອງນັກສຶກສາທົ່ວປະເທດ.


ທ່ານສາມາດຊື້ປະກັນໄພລົດຜ່ານລີ້ງນີ້:

https://online.msig-sokxay.com

ເອັມເອັສໄອຈີ ໂຊກໄຊ ປະກັນໄພ – ເປັນມີດທີ່ດີຕະຫຼອດໄປ
ສຳລັບຂໍ້ມູນເພີ່ມເຕີ່ມ, ກະລຸນາຕິດຕໍ່ພວກເຮົາທີ່ເບີ 021 221 210 ຫຼື ໂຕແທນປະກັນໄພໃກ້ບ້ານທ່ານ.

ແບ່ງປັນບົດຄວາມນີ້: