021 221 210, 020 5595 9090

ບ້ານ ທາດຫຼວງກາງ, ໜ່ວຍ 5, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ

ປຶກສາເລື່ອງປະກັນໄພ ຟຣີ!

021 221 210

020 5595 9090

ທ່ອງທ່ຽວຢ່າງມີປະສິດທິພາບ: 5 ເຫດຜົນທີ່ຄວນຊື້ປະກັນໄພການເດິນທາງ!

ການທ່ອງທ່ຽວເປັນປະສົບການທີ່ນ່າຕື່ນເຕັ້ນ, ແຕ່ເຫດການທີ່ບໍ່ຄາດຄິດສາມາດເຮັດໃຫ້ແຜນຂອງທ່ານຖືກພິກຜັນໄດ້. ນີ້ແມ່ນຈຸດທີ່ປະກັນໄພການເດິນທາງຈະສາມາດເຂົ້າມາຊ່ວຍໄດ້. ມັນເປັນຕາຂ່າຍຄຸ້ມຄອງຄວາມປອດໄພຂອງທ່ານ, ມອບຄວາມສະບາຍໃຈບໍ່ວ່າທ່ານຈະເດີນທາງໄປໃສກໍຕາມ. ນີ້ແມ່ນ 5 ເຫດຜົນທີ່ປະກັນໄພການເດິນທາງເປັນສີ່ງສໍາຄັນສໍາລັບທຸກຄົນທີ່ມັກທ່ອງທ່ຽວ:

1. ການຄຸ້ມຄອງການຍົກເລີກການເດິນທາງ
ຊີວິດສາມາດເກີດເຫດການທີ່ຄາດບໍ່ເຖິງໄດ້ສະເໝີ, ບໍ່ວ່າຈະເປັນການເຈັບປ່ວຍ, ເຫດສຸກເສີນເຮັດໃຫ້ເກີດການປ່ຽນແຜນການທ່ອງທ່ຽວຂອງທ່ານ. ດ້ວຍປະກັນໄພການເດິນທາງ, ທ່ານສາມາດຂໍຄືນຄ່າໃຊ້ຈ່າຍທີ່ບໍ່ສາມາດຂອງຄືນໄດ້, ເຊັ່ນຄ່າຖ້ຽວບິນ, ໂຮງແຮມ, ແລະ ບໍລິການທ່ອງທ່ຽວ.

2. ຄຸ້ມຄອງການປີ່ນປົວໃນຕ່າງປະເທດ
ການປ່ວຍ ຫຼື ໄດ້ຮັບບາດເຈັບໃນຂະນະທ່ອງທ່ຽວສາມາດເຮັດໃຫ້ເກີດບັນຫາ ແລະ ເສຍຄ່າໃຊ້ຈ່າຍສູງ. ປະກັນໄພການເດິນທາງໃຫ້ຄວາມມັ່ນໃຈໃນການເຂົ້າຮັບການດູແລສຸຂະພາບທີ່ມີຄຸນນະພາບໂດຍບໍ່ມີຄ່າໃຊ້ຈ່າຍທີ່ສູງ. ບາງແຜນການປະກັນຍັງໃຫ້ການຮັກສາໂຮງໝໍໂດຍບໍ່ມີຄ່າຈ່າຍເງິນສົດ.

3. ຄຸ້ມຄອງການສູນເສຍ ຫຼື ຫຼ້າຊ້າຂອງກະເປົາເດິນທາງ
ລອງຈິນຕະນາການວ່າທ່ານຮອດຈຸດໝາຍປາຍທາງໂດຍບໍ່ມີກະເປົາເດິນທາງຂອງທ່ານ. ປະກັນໄພການເດິນທາງຈະຊ່ວຍຊົດເຊີຍສໍາລັບການສູນເສຍ ຫຼື ຫຼ້າຊ້າຂອງກະເປົາເດິນທາງ, ເຮັດໃຫ້ທ່ານສາມາດຊື້ຂອງທີ່ຈໍາເປັນມາແທນ ແລະ ທ່ອງທ່ຽວຢ່າງສະບາຍໃຈ.

4. ການຊ່ວຍເຫຼືອໃນສະຖານະການສຸກເສີນ
ບໍ່ວ່າຈະເປັນໄພທຳມະຊາດ, ສະພາບການເມືອງ, ຫຼື ອຸປະຕິເຫດແບບກະທັນຫັນ, ປະກັນໄພການເດິນທາງຈະໃຫ້ການຊ່ວຍເຫຼືອຕະຫຼອດເວລາ. ທ່ານຈະໄດ້ຮັບຄໍາແນະນໍາ ຕົວຢ່າງເຊັ່ນ ຊ່ວຍຫາໂຮງໝໍ, ການເຄື່ອນຍ້າຍແບບສຸກເສີນ ຫຼື ແກ້ໄຂບັນຫາສຸກເສີນອື່ນໆ.

5. ຄວາມສະບາຍໃຈລະຫວ່າງການທ່ອງທ່ຽວ
ປະກັນໄພການເດິນທາງບໍ່ແມ່ນພຽງແຕ່ຄວາມຄຸ້ມຄອງທາງເງິນ, ມັນເປັນຄວາມມັ່ນໃຈໃນທຸກຂະນະທີ່ທ່ານໃຊ້ຊີວິດເພື່ອສ້າງຄວາມຊົງຈໍາທີ່ດີໂດຍບໍ່ຕ້ອງກັງວົນ.

ເລືອກປະກັນໄພການເດິນທາງສຳລັບຄວາມຕ້ອງການຂອງທ່ານ

ເມື່ອທ່ານເລືອກປະກັນໄພການເດິນທາງ, ໃຫ້ຄຳນຶງເຖິງແຜນການທ່ອງທ່ຽວຂອງທ່ານ ແລະ ຄວາມຕ້ອງການສະເພາະອື່ນໆ. ຊອກຫາແຜນປະກັນທີ່ຄອບຄຸມຄົບຖ້ວນສຳລັບ ການຍົກເລີກການເດິນທາງ, ການປີ່ນປົວສຸກເສີນ ແລະ ບັນຫາກັບກະເປົາເດິນທາງ

ທີ່ ເອັມເອັສໄອຈີ ໂຊກໄຊ ປະກັນໄພ, ພວກເຮົາມີແຜນປະກັນໄພທີ່ອອກແບບມາສໍາລັບທ່ານ:

  • ຄຸ້ມຄອງສໍາລັບການທ່ອງທ່ຽວແບບຄັ້ງດຽວ  ແລະ ປະຈໍາປີ.
  • ຄຸ້ມຄອງສູງສຸດສໍາລັບແຕ່ລະການເດິນທາງໄດ້ຈົນເຖິງ 90 ມື້.
  • ຊື້ງ່າຍສະດວກໂດຍບໍ່ຕ້ອງກວດສຸຂະພາບ!

ທ່ານສາມາດຊື້ປະກັນໄພລົດຜ່ານລີ້ງນີ້:

https://online.msig-sokxay.com

ເອັມເອັສໄອຈີ ໂຊກໄຊ ປະກັນໄພ – ເປັນມີດທີ່ດີຕະຫຼອດໄປ
ສຳລັບຂໍ້ມູນເພີ່ມເຕີ່ມ, ກະລຸນາຕິດຕໍ່ພວກເຮົາທີ່ເບີ 021 221 210 ຫຼື ໂຕແທນປະກັນໄພໃກ້ບ້ານທ່ານ.

ແບ່ງປັນບົດຄວາມນີ້: