ໃນວັນທີ 19 ມັງກອນ 2026, ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ໂຊກໄຊ ສົມໃຈນຶກ ປະທານກຸ່ມບໍລິສັດໂຊກໄຊ ໄດ້ມອບເງິນຈໍານວນ 9,999,999,999 ກີບ (ເກົ້າຕື້ເກົ້າຮ້ອຍເກົ້າສິບເກົ້າລ້ານເກົ້າແສນເກົ້າສິບເກົ້າພັນເກົ້າຮ້ອຍເກົ້າສິບເກົ້າກີບ) ໃຫ້ອົງການປົກຄອງແຂວງສາລະວັນຕາງໜ້າຮັບໂດຍ ທ່ານ ປະເດີມພອນ ສົນທະນີ ປະທານຄະນະກໍາມະການປົກຄອງແຂວງສາລະວັນ ແລະ ໃຫ້ກຽດເປັນສັກຂີພະຍານໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ຮອງລັດຖະມົນຕີ ກະຊວງ ການເງິນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສໍາລັບ ທຶນດັ່ງກ່າວ ແມ່ນຈະນໍາໃຊ້ເຂົ້າໃນການສືບຕໍ່ສ້າງຂົວຂ້າມນ້ຳເຊໂດນ (ເຂດບ້ານບົວລະພາ-ບ້ານຕານປ່ຽວ) ເມືອງ ຄົງເຊໂດນ, ແຂວງ ສາລະວັນ. ຊຶ່ງເປັນຂົວທີ່ສໍາຄັນໃນການເຊື່ອມຕໍ່ລະຫວ່າງ ເມືອງເລົາງາມ ແລະ ເມືອງຄົງເຊໂດນ ກໍຄື ແຂວງສາລະວັນ ແລະ ແຂວງ ເຊກອງ ຊຶ່ງຈະຊ່ວຍອໍານວຍຄວາມສະດວກໃນການເດີນທາງໄປ-ມາໃຫ້ແກ່ສັງຄົມ ກໍຄື ປະຊາຊົນ, ອີກທັງ ຊ່ວຍປະຢັດເວລາໃນການເດີນທາງ. ອັນສໍາຄັນ ແມ່ນຈະເປັນການຊຸກຍູ້ການສົ່ງເສີມເສດຖະກິດຂອງປະຊາຊົນໃນທ້ອງຖິ່ນອີກດ້ວຍ.
ທ່ານສາມາດຊື້ປະກັນໄພລົດຜ່ານລີ້ງນີ້:
https://online.msig-sokxay.com
ເອັມເອັສໄອຈີ ໂຊກໄຊ ປະກັນໄພ – ເປັນມີດທີ່ດີຕະຫຼອດໄປ
ສຳລັບຂໍ້ມູນເພີ່ມເຕີ່ມ, ກະລຸນາຕິດຕໍ່ພວກເຮົາທີ່ເບີ 021 221 210 ຫຼື ໂຕແທນປະກັນໄພໃກ້ບ້ານທ່ານ.


