021 221 210, 020 5595 9090

ບ້ານ ທາດຫຼວງກາງ, ໜ່ວຍ 5, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ

ປຶກສາເລື່ອງປະກັນໄພ ຟຣີ!

021 221 210

020 5595 9090

ກຸ່ມບໍລິສັດ ໂຊກໄຊ ມອບເງິນທຶນພັດທະນາພື້ນຖານໂຄງລ່າງ ຊ່ວຍສັງຄົມໃນມູນຄ່າ 9,999, 999,999 ກີບ

ໃນວັນທີ 19 ມັງກອນ 2026,​ ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ,​ ທ່ານ ໂຊກໄຊ ສົມໃຈນຶກ ປະທານກຸ່ມບໍລິສັດໂຊກໄຊ​ ໄດ້ມອບເງິນຈໍານວນ 9,999,999,999 ກີບ (ເກົ້າຕື້ເກົ້າຮ້ອຍເກົ້າສິບເກົ້າລ້ານເກົ້າແສນເກົ້າສິບເກົ້າພັນເກົ້າຮ້ອຍເກົ້າສິບເກົ້າກີບ)​ ໃຫ້ອົງການປົກຄອງແຂວງສາລະວັນຕາງໜ້າຮັບໂດຍ ທ່ານ ປະເດີມພອນ ສົນທະນີ ປະທານຄະນະກໍາມະການປົກຄອງແຂວງສາລະວັນ ແລະ​ ໃຫ້ກຽດເປັນສັກຂີພະຍານໂດຍ ທ່ານ ສອນໄຊ​ ສີພັນດອນ ນາຍົກລັດຖະມົນຕີ​, ມີທ່ານ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ,​ ຮອງລັດຖະມົນຕີ ກະຊວງ ການເງິນ​ ແລະ​ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.​

ສໍາລັບ ທຶນດັ່ງກ່າວ ແມ່ນຈະນໍາໃຊ້ເຂົ້າໃນການສືບຕໍ່ສ້າງຂົວຂ້າມນ້ຳເຊໂດນ (ເຂດບ້ານບົວລະພາ-ບ້ານຕານປ່ຽວ) ເມືອງ ຄົງເຊໂດນ,​ ແຂວງ ສາລະວັນ.​ ຊຶ່ງເປັນຂົວທີ່ສໍາຄັນໃນການເຊື່ອມຕໍ່ລະຫວ່າງ​ ເມືອງເລົາງາມ ແລະ​ ເມືອງຄົງເຊໂດນ ກໍຄື ແຂວງສາລະວັນ​ ແລະ​ ແຂວງ ເຊກອງ ຊຶ່ງຈະຊ່ວຍອໍານວຍຄວາມສະດວກໃນການເດີນທາງໄປ-ມາໃຫ້ແກ່ສັງຄົມ ກໍຄື​ ປະຊາຊົນ, ອີກທັງ ຊ່ວຍປະຢັດເວລາໃນການເດີນທາງ. ອັນສໍາຄັນ ແມ່ນຈະເປັນການຊຸກຍູ້ການສົ່ງເສີມເສດຖະກິດຂອງປະຊາຊົນໃນທ້ອງຖິ່ນອີກດ້ວຍ.


ທ່ານສາມາດຊື້ປະກັນໄພລົດຜ່ານລີ້ງນີ້:

https://online.msig-sokxay.com

ເອັມເອັສໄອຈີ ໂຊກໄຊ ປະກັນໄພ – ເປັນມີດທີ່ດີຕະຫຼອດໄປ
ສຳລັບຂໍ້ມູນເພີ່ມເຕີ່ມ, ກະລຸນາຕິດຕໍ່ພວກເຮົາທີ່ເບີ 021 221 210 ຫຼື ໂຕແທນປະກັນໄພໃກ້ບ້ານທ່ານ.

ແບ່ງປັນບົດຄວາມນີ້: