021 221 210, 020 5595 9090

ບ້ານ ທາດຫຼວງກາງ, ໜ່ວຍ 5, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ

ປຶກສາເລື່ອງປະກັນໄພ ຟຣີ!

021 221 210

020 5595 9090

ພິທີ ເຊັນສັນຍາ ທາງດ້ານທຸລະກິດ ລະຫວ່າງ ກຸ່ມບໍລິສັດ ໂຊກໄຊ ແລະ ບໍລິສັດ Actibooky ສ.ເກົາຫຼີ

ໃນວັນທີ 11 ທັນວາ 2024 ເວລາ 18:00 ທີ່ໂຮງແຮມ Holiday Inn Suites Vientiane ຫ້ອງປະຊຸມ Mixay ໄດ້ມີ ພິທີເຊັນສັນຍາ ທາງດ້ານທຸລະກິດ ລະຫວ່າງ ກຸ່ມບໍລິສັດ ໂຊກໄຊ ແລະ ບໍລິສັດ Actibooky.

ໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ແລະ ທ່ານນາງ ປອ. ຈັນທະຄອນ ບົວລະພັນ ຮອງ ລັດຖະມົນຕີ ກະຊວງ ກະສິກໍາ ແລະ ປ່າໄມ້ ໃຫ້ກຽດເຂົ້າຮ່ວມງານ ເພື່ອເປັນສັກຂີພິຍານ ⁠ໃນບາດກ້າວ ການຮ່ວມມືທີ່ສໍາຄັນນີ້ ນອກຈາກນີ້ ກໍ່ຍັງມີບັນດາແຂກ ຄະນະບໍລິຫານ ກຸ່ມບໍລິສັດ ໂຊກໄຊ ແລະ ຄະນະບໍລິຫານ ຝ່າຍ ສ.ເກົາຫລີ Mr. Kim Min-soo, CEO of Momma Holdings, Dr. Lee Jeong-hyop, Economic Advisor to the Ministry of Industry and Commerce ກໍ່ໃຫ້ກຽດເຂົ້າຮ່ວມພິທີເຊັນສັນຍາເຊັ່ນດຽວກັນ.

ເຊິ່ງການລົງນາມເຊັນສັນຍາໃນຄັ້ງນີ້ ໃຫ້ກຽດລົງນາມເຊັນສັນຍາ ໂດຍທ່ານ ໂຊກໄຊ ສົມໃຈນຶກ ປະທານ ກຸ່ມບໍລິສັດ ໂຊກໄຊ ແລະ Mr Lee Dong-won, CEO Actibooky ການລົງນາມເຊັນສັນຍາໃນຄັ້ງນີ້, ແມ່ນການເຊັນສັນຍາທາງດ້ານທຸລະກິດ :
1. An Exclusive Partnership Agreement;
2. An EduWill Mart 24 Exclusive Sales Contract;

ຈຸດປະສົງ ແລະ ເປົ້າໝາຍ ກໍ່ເພື່ອ ພັດທະນາ, ເສີມສ້າງ, ຄວາມຮ່ວມມື ໃນຂະແໜງການ ກະສິກໍາ, ເຕັກໂນໂລຊີອາຫານ ແລະ ການຂົນສົ່ງ ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ໃນຕໍ່ໜ້າ, ເຊິ່ງຈະເນັ້ນການປ່ຽນແປງທາງດ້ານດິຈິຕອລ, ການສຶກສາ ແລະ ການຂະຫຍາຍ ຕະຫຼາດຜະລິດຕະພັນ K-Beauty ແລະ K Food ສູ່ຕະຫຼາດລາວ, ທຸລະກິດການຈອງ HOTELNJOY, C-Space ແລະ Eduwill.

ຄາດວ່າການຮ່ວມມືຄັ້ງນີ້ຈະເປັນການເລີ່ມຕົ້ນ ສ້າງສາຍສໍາພັນທີ່ດີ ເພີ່ມທະວີການພົວພັນດ້ານເສດຖະກິດລະຫວ່າງສອງປະເທດ ແລະ ຊຸກຍູ້ການເຕີບໂຕແບບຍືນຍົງ ຂອງລາວ. ແລະ Mr. Kim Min-soo, CEO of Momma Holdings ກໍ່ໄດ້ຂຶ້ນກ່າວ ນຳສະເໜີ ການຮ່ວມມືໃນຄັ້ງນີ້ ເພື່ອຜັນຂະຫຍາຍ ການຮ່ວມມື ທາງດ້ານທຸລະກິດ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ການຂະຫຍາຍຖານຕະຫຼາດທາງດ້ານ ຜະລິດຕະພັນ ສິນຄ້າຕ່າງໆຂອງ Eduwill Mart 24 ສູ່ຕະຫຼາດລາວ.


ທ່ານສາມາດຊື້ປະກັນໄພລົດຜ່ານລີ້ງນີ້:

https://online.msig-sokxay.com

ເອັມເອັສໄອຈີ ໂຊກໄຊ ປະກັນໄພ – ເປັນມີດທີ່ດີຕະຫຼອດໄປ
ສຳລັບຂໍ້ມູນເພີ່ມເຕີ່ມ, ກະລຸນາຕິດຕໍ່ພວກເຮົາທີ່ເບີ 021 221 210 ຫຼື ໂຕແທນປະກັນໄພໃກ້ບ້ານທ່ານ.

ແບ່ງປັນບົດຄວາມນີ້: