ໃນວັນທີ 19 ພະຈິກ 2024, ທີ່ສູນນະວັດຕະກໍາເມືອງ Jeonju ສ.ເກົາຫຼີ.
ທ່ານ ໂຊກໄຊ ສົມໃຈນຶກ ປະທານ ກຸ່ມ ບໍລິສັດ ໂຊກໄຊ ພ້ອມດ້ວຍຄະນະບໍລິຫານ ແລະ ທ່ານ Lee Dongwon, CEO ຂອງ ບໍລິສັດ ActiBooky, ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບ ການຮ່ວມມື ແລະ ເສີມສ້າງ ນະວັດຕະກໍາ ດ້ານກະສິກໍາ, ອາຫານ, ການຂົນສົ່ງ ແລະ ເຕັກໂນໂລຊີ ຂອງ ສປປ ລາວ – ສ.ເກົາຫຼີ.
ໃນພິທີລົງນາມ ຂໍ້ຕົກລົງບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ໂດຍມີ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າຂອງລາວ, ແລະ ບັນດາຄະນະ ຕົວແທນຂອງ ສ. ເກົາຫຼີ ກໍ່ຄື: ສູນນະວັດຕະກໍາ Jeonbuk Creative Economy Innovation Center ແລະ ທ່ານ Kim Min-soo, ຜູ້ອຳນວຍການໃຫຍ່ ບໍລິສັດ The Momma Group, ຜູ້ອຳນວຍການບໍລິສັດ Eduwill, CSpace ທີ່ເຂົ້າຮ່ວມໃນພິທີການລົງນາມ ບົດບັນທຶກ ຄວາມເຂົ້າໃຈໃນຄັ້ງນີ້ດ້ວຍ.
ກ່ອນການລົງນາມ ບົດບັນທຶກຄວາມເຂົ້າໃຈ ກຸ່ມ ບໍລິສັດ ໂຊກໄຊ ໄດ້ມີການຢ້ຽມຊົມ ສໍານັກງານບໍລິຫານ ການພັດທະນາ ຊົນນະບົດ, ສໍານັກງານ Jeonbuk Provincial Office, ຂະແໜງການສຶກສາ, ຂະແໜງການຂົນສົ່ງທັນສະໄໝ, ແລະ ມະຫາວິທະຍາໄລແຫ່ງຊາດຊອນບຸກ.
ເຊິ່ງໃນເດືອນທັນວາ ປີ 2024 ນີ້ ທ່ານ Lee Dongwon – ຜູ້ອຳນວຍການບໍລິສັດ ActiBooky, ທ່ານ Kim Min-soo – ຜູ້ອຳນວຍການໃຫຍ່ ບໍລິສັດ The Momma Group ພ້ອມດ້ວຍຄະນະ ມີແຜນມາຢ້ຽມຢາມ ປະເທດລາວ ເພື່ອສືບຕໍ່ຄວາມຮ່ວມມື ແລະ ສ້າງແຜນໂຄງການທີ່ຊັດເຈນຂຶ້ນ.
ໃນບົດບັນທຶກຄວາມເຂົ້າໃຈຮ່ວມກັນໃນຄັ້ງນີ້ ມີເປົ້າໝາຍເພື່ອພັດທະນາ, ເສີມສ້າງ, ຄວາມຮ່ວມມືໃນຂະແໜງການ ກະສິກໍາ, ເຕັກໂນໂລຊີອາຫານ ແລະ ການຂົນສົ່ງ ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ໃນຕໍ່ໜ້າ. ເຊິ່ງຈະເນັ້ນການປ່ຽນແປງທາງດ້ານດິຈິຕອລ, ການສຶກສາ ແລະ ການຂະຫຍາຍ ຕະຫຼາດຜະລິດຕະພັນ K-Beauty ສູ່ຕະຫຼາດລາວ, ທຸລະກິດການຈອງ HOTELNJOY, C-Space ແລະ Eduwill.
ພ້ອມທັງວາງແຜນ ຜັນຂະຫຍາຍການຮ່ວມມືດ້ານການຝຶກອົບຮົມບຸກຄະລາກອນ ແລະ ສ້າງກາລະໂອກາດ ໃນການດຳເນີນທຸລະກິດໃໝ່ໆ ຄາດວ່າການຮ່ວມມືຄັ້ງນີ້ຈະເປັນການເລີ່ມຕົ້ນ ສ້າງສາຍສໍາພັນທີ່ດີ ເພີ່ມທະວີການພົວພັນດ້ານເສດຖະກິດລະຫວ່າງສອງປະເທດ ແລະ ຊຸກຍູ້ການເຕີບໂຕດ້ານອຸດສາຫະກຳແບບຍືນຍົງ ຂອງລາວ.
ນອກຈາກນັ້ນ ປະທານ ໂຊກໄຊ ສົມໃຈນຶກ ໄດ້ກ່າວເຖິງຄວາມສໍາຄັນຂອງການຮ່ວມມືນີ້ວ່າ ນັບເປັນບາດກ້າວສໍາຄັນ ສໍາລັບການພັດທະນາອຸດສາຫະກໍາທັນສະໄໝຂອງລາວຜ່ານການນໍາໃຊ້ເຕັກໂນໂລຊີຂັ້ນສູງເຂົ້າມາຊ່ວຍ.
ທ່ານສາມາດຊື້ປະກັນໄພລົດຜ່ານລີ້ງນີ້:
https://online.msig-sokxay.com
ເອັມເອັສໄອຈີ ໂຊກໄຊ ປະກັນໄພ – ເປັນມີດທີ່ດີຕະຫຼອດໄປ
ສຳລັບຂໍ້ມູນເພີ່ມເຕີ່ມ, ກະລຸນາຕິດຕໍ່ພວກເຮົາທີ່ເບີ 021 221 210 ຫຼື ໂຕແທນປະກັນໄພໃກ້ບ້ານທ່ານ.